ໃນລາຍການ, ປະຊາຊົນຜູ້ທຸກຍາກ, ຜູ້ເຖົ້າແກ່, ເດັກກຳພ້າ, ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ ໄດ້ຮັບການກວດພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ ແລະໄດ້ຮັບການແຈກຢາໂດຍບໍ່ເສຍຄ່າ. ນອກຈາກນັ້ນ, ຄະນະຈັດຕັ້ງຍັງໄດ້ມອບເງິນ 300 ກວ່າລ້ານດົ່ງເພື່ອກໍ່ສ້າງ “ເຮືອນແຫ່ງສາຍຈິດມິດໃຈທະຫານ - ປະຊາຊົນ” 2 ຫຼັງ ໃຫ້ແກ່ເມືອງ ເຕີນບຽນ, ແຂວງ ໄຕນິງ ແລະ 2 ຫຼັງ ໃຫ້ແກ່ຕາແສງ ເຕີນບິ່ງ, ເມືອງ ເຕີນບຽນ, ມອບຂອງຂວັນ 800 ພູດ ໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ດ້ວຍມູນຄ່າ 160 ລ້ານດົ່ງ.

leftcenterrightdel
 
leftcenterrightdel
ຄະນະຈັດຕັ້ງມອບຂອງຂວັນໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ: qdnd.vn

ກ່າວຄຳເຫັນທີ່ລາຍການ, ທ່ານພົນຕີ ຫງວຽນວັນນາມ ຫົວໜ້າການທະຫານກອງບັນຊາການທະຫານນະຄອນໂຮ່ຈີມິນ, ປະທານສະມາຄົມມິດຕະພາບ ຫວຽດນາມ-ກໍາປູເຈຍ ນະຄອນໂຮ່ຈີມິນ ຢືນຢັນວ່າ: ລາຍການແມ່ນການເຄື່ອນໄຫວແທດຈິງ ແລະມີຄວາມໝາຍ, ປະກອບສ່ວນເຂົ້າໃນການເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນສອງປະເທດໃຫ້ດີກວ່າ; ເປັນພະຍານຫຼັກຖານໃຫ້ນໍ້າໃຈມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະກຳປູເຈຍ.

leftcenterrightdel
ແພດໝໍກວດພະຍາດໃຫ້ປະຊາຊົນ. ພາບ: qdnd.vn

ທ່ານພົນຕີ ຫງວຽນວັນນາມ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ກອງບັນຊາການທະຫານນະຄອນໂຮ່ຈີມິນ ແລະສະມາຄົມມິດຕະພາບຫວຽດນາມ-ກຳປູເຈຍ ນະຄອນໂຮ່ຈີມິນ ຈະສືບຕໍ່ສົມທົບກັບບັນດາກົມກອງ, ທ້ອງຖິ່ນຈັດຕັ້ງ ການເຄື່ອນໄຫວແທດຈິງຫຼາຍຢ່າງເພື່ອປະກອບສ່ວນປັບປຸງ ແລະພັດທະນາສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຂຶ້ນຕື່ມ.

ໂດຍ: ທູຈາງ