ໃນຊຸມປີຜ່ານມາ, ຢູ່ປະເທດຫວຽດນາມ, ການຂຸດຄົ້ນ, ນຳໃຊ້ເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດເຂົ້າໃນຂົງເຂດຊີວິດສັງຄົມຂ້ອນຂ້າງແຜ່ຂະຫຍາຍ, ມີຫຼາຍຮູບຫຼາຍແບບພໍສົມຄວນ. ເຖິງຢ່າງໃດກໍ່ຕາມ, ການລະເມີດກົດໝາຍໃນການຂຸດຄົ້ນ, ນຳໃຊ້ເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດນັບມື້ນັບສັບສົນ, ຊ້ອນແຝງຫຼາຍຄວາມສ່ຽງທີ່ສົ່ງຜົນສະທ້ອນເຖິງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ນາມຂູ່ເຖິງຄວາມປອດໄພຂອງການບິນ. ສະນັ້ນ, ຮຽກຮ້ອງຕ້ອງປັບປຸງພື້ນຖານນິຕິກຳໃຫ້ເໝາະສົມເພື່ອຄຸ້ມຄອງການເຄື່ອນໄຫວນີ້.
ນັກຂ່າວ: ສະເໜີສະຫາຍໃຫ້ຮູ້ຢ່າງຈະແຈ້ງກ່ຽວກັບຄວາມຈຳເປັນໃນການກຳນົດການຄຸ້ມຄອງເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດໃນຮ່າງກົດໝາຍວ່າດ້ວຍທົ່ວປວງຊົນປ້ອງກັນອາກາດ?
ທ່ານພົນຈັດຕະວາ ບຸ່ຍດຶກຮ່ຽນ: ຜ່ານການສະຫຼຸບການປະຕິບັດກົດໝາຍວ່າດ້ວຍທົ່ວປວງຊົນປ້ອງກັນອາກາດ ໃນຕົວຈິງຍັງມີຂໍ້ຄົງຄ້າງ, ໂດຍສະເພາະແມ່ນບັນດາເອກະສານທາງດ້ານກົດໝາຍທີ່ກ່ຽວຂ້ອງເຖິງການຄຸ້ມຄອງເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດຍັງບໍ່ທັນຕອບສະໜອງກັບລະດັບການພັດທະນາ, ຄວາມຕ້ອງການຂຸດຄົ້ນ, ນຳໃຊ້ ແລະວຽກງານຄຸ້ມຄອງ. ເນື້ອໃນນີ້ໄດ້ກຳນົດໃນກົດໝາຍວ່າດ້ວຍການບິນພົນລະເຮືອນຫວຽດນາມ, ເຖິງຢ່າງໃດກໍ່ຕາມປະຈຸບັນ, ວຽກງານຄຸ້ມຄອງເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດຍັງມີຂໍ້ຈຳກັດ, ຂໍ້ຄົງຄ້າງຫຼາຍຢ່າງ ແລະບໍ່ມີກົນໄກແກ້ໄຂ.
    |
 |
|
ທ່ານພົນຈັດຕະວາ ບຸ່ຍດຶກຮ່ຽນ. ພາບ: ເຊີນບິ່ງ |
ກົດໝາຍວ່າດ້ວຍການບິນພົນລະເຮືອນຫວຽດນາມ ພວມກຳນົດມີລັກສະນະຫຼັກການ, ສ່ວນຍັງເຫຼືອແມ່ນມອບໃຫ້ລັດຖະບານ ກຳນົດເປັນລະອຽດ, ໃນນັ້ນກະຊວງປ້ອງກັນປະເທດ ແມ່ນອົງການເປັນເສນາທິການໂດຍກົງ, ຊ່ວຍລັດຖະບານຄຸ້ມຄອງເນື້ອໃນນີ້. ຍິ່ງກວ່າອີກ, ໃນດຳລັດໄດ້ກຳນົດພາລະບົດບາດ, ໜ້າທີ່, ສິດ, ໂຄງປະກອບການຈັດຕັ້ງຂອງກະຊວງປ້ອງກັນປະເທດ, ລັດຖະບານມອບໝາຍໃຫ້ກະຊວງປ້ອງກັນປະເທດ ເປັນເຈົ້າການຄຸ້ມຄອງ, ປົກປັກຮັກສາເຂດນ່ານຟ້າແຫ່ງຊາດ; ຕິດຕາມກວດກາການເຄື່ອນໄຫວການບິນພົນລະເຮືອນ; ອະນຸຍາດໃຫ້ບິນ, ຄຸ້ມຄອງເຮືອບິນການທະຫານ, ເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດໃນປະເທດ ແລະຕ່າງປະເທດເຂົ້າຫວຽດນາມ ຕາມຂໍ້ກຳນົດຂອງກົດໝາຍ.
ປະຈຸບັນ, ເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດບັນດາປະເທດໃນໂລກໄດ້ນຳໃຊ້ຢ່າງກວ້າງຂວາງໃນທຸກຂົງເຂດ. ພິເສດ, ໃນຂົງເຂດການທະຫານ, ເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດນັບມື້ນັບນຳໃຊ້ຢ່າງກວ້າງຂວາງຄືດັ່ງກຳລັງສູ້ຮົບໃໝ່ນຳມາເຊິ່ງປະສິດທິຜົນສູ້ຮົບສູງ, ລາຄາຖືກ; ມັນໄດ້ນຳໃຊ້ນັບແຕ່ຫົວທີ ແລະໃນຕະຫຼອດການເຮັດສົງຄາມ, ເຮັດໃຫ້ປ່ຽນແປງວິທີການສູ້ຮົບທີ່ເປັນມູນເຊື້ອ; ຊ້ຳບໍ່ໜຳ, ດ້ວຍການສູ້ຮົບທາງອາກາດ, ສາມາດເຮັດໃຫ້ສົງຄາມສິ້ນສຸດໄວ.
ຢູ່ປະເທດຫວຽດນາມ, ເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດໄດ້ໝູນໃຊ້ຢ່າງກວ້າງຂວາງໃນບັນດາຂົງເຂດ, ຄື: ກະສິກຳ ແລະປ່າໄມ້, ການປະມົງ, ຄົ້ນຄວ້າວິທະຍາສາດ, ການທ່ອງທ່ຽວ... ໄດ້ປະກອບສ່ວນຍົກສູງປະສິດທິຜົນການພັດທະນາເສດຖະກິດ-ສັງຄົມ. ເຖິງຢ່າງໃດກໍ່ຕາມ, ສະພາບການນຳໃຊ້ເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດໄດ້ລະເມີດຂໍ້ກຳນົດກ່ຽວກັບການຈັດຕັ້ງການເຄື່ອນໄຫວການບິນທີ່ນັບມື້ນັບເພີ່ມຂຶ້ນ, ໃນນັ້ນມີກໍລະນີລະເມີດກົດໝາຍຄືນຳໃຊ້ພາຫະນະບິນເບົາທີ່ສຸດເພື່ອຂົນສົ່ງ, ຄ້າຂາຍຢາເສບຕິດ, ຊ້ອນແຝງຫຼາຍຄວາມສ່ຽງທີ່ສົ່ງຜົນສະທ້ອນເຖິງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະນາບຂູ່ເຖິງຄວາມປອດໄພທາງການບິນ...
ເພາະສະນັ້ນ, ການປັບປຸງນິຕິກຳກ່ຽວກັບການຄຸ້ມຄອງ, ນຳໃຊ້ເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດຈະຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງ, ຊ່ວຍແກ້ໄຂບັນດາຂໍ້ຄົງຄ້າງ, ຂໍ້ຈຳກັດ ແລະສ້າງກອບນິຕິກຳຢ່າງຄົບຖ້ວນ, ຮອບດ້ານສຳລັບວຽກງານຄຸ້ມຄອງຕາມຂໍ້ກຳນົດຂອງກົດໝາຍ.
    |
 |
|
ກຳມະກອນຂະແໜງໄຟຟ້ານຳໃຊ້ flycam ໄດ້ອະນຸຍາດໃຊ້ເພື່ອກວດກາເຄືອຂ່າຍໄຟຟ້າ. ພາບ: ບໍລິສັດໃຫຍ່ສາຍສົ່ງໄຟຟ້າແຫ່ງຊາດສະໜອງ. |
ນັກຂ່າວ: ຂໍຮຽນສະຫາຍ, ການອະນຸຍາດການບິນ, ແບ່ງໜ້າທີ່ອະນຸຍາດການບິນສຳລັບເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດໄດ້ກຳນົດຄືແນວໃດໃນຮ່າງກົດໝາຍວ່າດ້ວຍທົ່ວປວງຊົນປ້ອງກັນອາກາດ?
ທ່ານພົນຈັດຕະວາ ບຸ່ຍດຶກຮ່ຽນ: ໂດຍສືບທອດບັນດາຂໍ້ກຳນົດທີ່ຍັງເໝາະສົມຂອງກົດໝາຍວ່າດ້ວຍການບິນພົນລະເຮືອນຫວຽດນາມ, ຮ່າງກົດໝາຍວ່າດ້ວຍທົ່ວປວງຊົນປ້ອງກັນອາກາດ ພວມກໍ່ສ້າງຕາມທິດກະຊວງປ້ອງກັນປະເທດອະນຸຍາດບິນສຳລັບເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດໃນເຂດນ່ານຟ້າ, ເຂດແຈ້ງການບິນຂອງຫວຽດນາມ; ເພີ່ມເຕີມກະຊວງຕຳຫຼວດອະນຸຍາດບິນສຳລັບບັນດາຖ້ຽວບິນຂອງເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດຂອງກະຊວງຕຳຫຼວດ.
ນອກຈາກນັ້ນ, ເພື່ອຮັບປະກັນຄວາມສະເໝີພາບ, ຄວາມກົມກ່ຽວລະຫວ່າງເປົ້າໝາຍຮັກສາຄວາມປອດໄພໃນການປ້ອງກັນອາກາດ ແລະຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ຮ່າງກົດໝາຍຍັງກຳນົດບັນດາກໍລະນີໄດ້ຍົກເວັ້ນການອະນຸຍາດເພື່ອສ້າງເງື່ອນໄຂສະດວກສຳລັບອົງການຈັດຕັ້ງ, ບຸກຄົນທີ່ມີຄວາມຕ້ອງການຈັດຕັ້ງການເຄື່ອນໄຫວບິນຮັບໃຊ້ການຜະລິດກະສິກຳ, ປ່າໄມ້, ການປະມົງ, ການຄົ້ນຄວ້າວິທະຍາສາດ, ການທ່ອງທ່ຽວ... ຂໍ້ກຳນົດທີ່ກ່າວມາຂ້າງເທິງນັ້ນຈະຍົກສູງຄຸນນະພາບຂອງວຽກງານຄຸ້ມຄອງການເຄື່ອນໄຫວບິນຂອງທ້ອງຖິ່ນເມື່ອອະນຸຍາດໃຫ້ບິນໂດຍກົງ.
    |
 |
|
ອຸປະກອນຄວບຄຸມ flycam ໂດຍວິທະຍາຄານເຕັກນິກການທະຫານຜະລິດ. ພາບ: ວັນຫາຍ |
ນັກຂ່າວ: ຮ່າງກົດໝາຍວ່າດ້ວຍທົ່ວປວງຊົນປ້ອງກັນອາກາດ ໄດ້ກຳນົດຜູ້ບັນຊາເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດຄືແນວໃດ, ຂໍຮຽນສະຫາຍ?
ທ່ານພົນຈັດຕະວາ ບຸ່ຍດຶກຮ່ຽນ: ຮ່າງກົດໝາຍພວມໄດ້ສ້າງຕາມທິດເປົ້າໝາຍທີ່ໄດ້ຮັບອະນຸຍາດໃຫ້ບິນ, ຄຸ້ມຄອງພາຫະນະບິນຕ້ອງມີຄວາມຮັບຜິດຊອບດ້ານພົນລະເຮືອນຢ່າງຄົບຖ້ວນ. ສະນັ້ນ, ຕາມຂໍ້ກຳນົດແມ່ນຮຽກຮ້ອງໃຫ້ຜູ້ບັນຊາເຮືອບິນຕ້ອງມີອາຍຸ 18 ປີຂຶ້ນໄປ ແລະມີຄວາມຮູ້, ຄວາມເຂົ້າໃຈກ່ຽວກັບການຂຸດຄົ້ນ, ນຳໃຊ້ເຮືອບິນເບົາທີ່ສຸດ, ເພື່ອຮັບປະກັນໃຫ້ຜູ້ບັນຊາພາຫະນະບິນນອກຈາກຄວາມສາມາດບັນຊາພາຫະນະບິນແລ້ວ, ຍັງມີຄວາມສາມາດຮັບຮູ້ຂໍ້ກຳນົດຂອງກົດໝາຍ, ຮັບປະກັນຄວາມປອດໄພການເຄື່ອນໄຫວປ້ອງກັນອາກາດອີກດ້ວຍ. ສຳນັກງານ, ອົງການຈັດຕັ້ງ, ວິສາຫະກິດ ແລະບຸກຄົນມີພັນທະຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບການຮັບປະກັນຄວາມປອດໄພໃນການຈັດຕັ້ງການເຄື່ອນໄຫວການບິນຕໍ່ກັບເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດ.
ຕົວຈິງ, ໃນໄລຍະຜ່ານມາ, ສະພາບການຜູ້ບັນຊາເຮືອບິນບໍ່ມີຄົນຂັບທີ່ບໍ່ໄດ້ອະນຸຍາດໃຫ້ບິນ (ບິນບໍ່ໄດ້ຮັບອະນຸຍາດ) ນັບມື້ນັບເພີ່ມຂຶ້ນຫຼາຍ. ຢູ່ໃນເມືອງທີ່ຂຶ້ນກັບນະຄອນໂຮ່ຈີມິນ, ກຳລັງຄຸ້ມຄອງ, ປົກປັກຮັກສາເຂດນ່ານຟ້າຂອງກະຊວງປ້ອງກັນປະເທດ ໄດ້ພົບເຫັນ, ແກ້ໄຂຫຼາຍກໍລະນີທີ່ລະເມີດກົດໝາຍກ່ຽວກັບເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດ, ໃນນັ້ນມີກໍລະນີລະເມີດເຂດຫ້າມບິນ, ເຂດຈຳກັດການບິນ.
ນັກຂ່າວ: ສະເໜີສະຫາຍເຮັດແຈ້ງການພົວພັນລະຫວ່າງກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ໃນການອອກໃບຢັ້ງຢືນໃຫ້ແກ່ຮາກຖານຄົ້ນຄວ້າ, ຜະລິດ, ດຳເນີນທຸລະກິດກ່ຽວກັບເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດ?
ທ່ານພົນຈັດຕະວາ ບຸ່ຍດຶກຮ່ຽນ: ຄວາມຕ້ອງການດຳເນີນທຸລະກິດ, ນຳໃຊ້ເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດຢູ່ຫວຽດນາມ ນັບມື້ນັບສູງ. ສະພາບການດັ່ງກ່າວໄດ້ຕັ້ງບັນຫາກ່ຽວກັບການອອກໃບຢັ້ງຢືນໃຫ້ຮາກຖານອອກແບບ, ສ້ອມແປງ, ບຳລຸງຮັກສາ, ທົດລອງ, ດຳເນີນທຸລະກິດກ່ຽວກັບເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດ ຕ້ອງກຳນົດຄືແນວໃດ? ການພົວພັນລະຫວ່າງບັນດາອົງການກ່ຽວຂ້ອງໃນການອະນຸຍາດຕ້ອງກຳນົດລະອຽດຄືແນວໃດ?...
ອີງຕາມພາລະບົດບາດ, ໜ້າທີ່, ຮ່າງກົດໝາຍທົ່ວປວງຊົນປ້ອງກັນອາກາດ ໄດ້ລະບຸວ່າ: ກະຊວງຕຳຫຼວດ ມີຄວາມຮັບຜິດຊອບຈົດທະບຽນເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດຂອງສຳນັກງານ, ອົງການຈັດຕັ້ງ, ສ່ວນບຸກຄົນ (ຍົກເວັ້ນເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດໂດຍກະຊວງປ້ອງກັນປະເທດຄຸ້ມຄອງ); ອະນຸຍາດໃຫ້ບິນສຳລັບເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດຂອງກະຊວງຕຳຫຼວດ. ກະຊວງປ້ອງກັນປະເທດ ອອກໃບຢັ້ງຢືນໃຫ້ສຳລັບຮາກຖານອອກແບບ, ສ້ອມແປງ, ບຳລຸງຮັກສາ, ທົດລອງເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດ ແລະເຄື່ອງອາໄຫຼ່ທີ່ກ່ຽວຂ້ອງຢູ່ຫວຽດນາມ; ອະນຸຍາດໃຫ້ບິນສຳລັບຖ້ຽວບິນຂອງເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດ, ຍົກເວັ້ນເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດຂອງກະຊວງຕຳຫຼວດ.
ເມື່ອກະຊວງອຸດສາຫະກຳ ແລະການຄ້າ ອະນຸຍາດໃຫ້ນຳເຂົ້າ-ສົ່ງອອກ, ນຳເຂົ້າຊົ່ວຄາວ, ສົ່ງອອກຄືນ, ສົ່ງອອກຊົ່ວຄາວ, ນຳເຂົ້າຄືນໃໝ່ເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດຕ້ອງມີຄຳເຫັນເປັນລາຍລັກອັກສອນຈາກກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ. ການອອກແບບ, ສ້ອມແປງ, ບຳລຸງຮັກສາ, ທົດລອງ, ດຳເນີນທຸລະກິດກ່ຽວກັບເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດ ຕ້ອງປະຕິບັດຕາມມາດຕະຖານ, ມາດຖານເຕັກນິກໂດຍກະຊວງປ້ອງກັນປະເທດ ວາງອອກ ຫຼືບັນດາມາດຕະຖານເຕັກນິກໂດຍກະຊວງປ້ອງກັນປະເທດ ຮັບຮອງ. ຮາກຖານອອກແບບ, ສ້ອມແປງ, ບຳລຸງຮັກສາ, ທົດລອງເຮືອບິນບໍ່ມີຄົນຂັບ, ພາຫະນະບິນເບົາທີ່ສຸດຕ້ອງມີໃບຢັ້ງຢືນໂດຍກະຊວງປ້ອງກັນປະເທດ ອອກໃຫ້, ຍົກເວັ້ນຮາກຖານໂດຍກະຊວງຕຳຫຼວດຄຸ້ມຄອງ...
ນັກຂ່າວ: ຂໍຂອບໃຈສະຫາຍ!
ໂດຍ: ແສງເດືອນ