ທີ່ລາຍການ, ນັກບັນລະຍາຍຂອງກອງບັນຊາການຕໍາຫຼວດທະເລເຂດ 3 ໄດ້ແຈ້ງໃຫ້ພະນັກງານ, ລັດຖະກອນ, ພາລະກອນ, ເຈົ້າຂອງເຮືອຫາປາ, ຊາວປະມົງ ແລະປະຊາຊົນເມືອງຊວຽນມົກ ຮັບຊາບກ່ຽວກັບສະພາບຄວາມໝັ້ນຄົງຢູ່ທະເລ, ເກາະ; ໂຄສະນາກົດໝາຍວ່າດ້ວຍຕໍາຫຼວດທະເລຫວຽດນາມ, ກົດໝາຍວ່າດ້ວຍສິນໃນນໍ້າ ແລະຂໍ້ກຳນົດຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຫາປາຜິດກົດໝາຍ (IUU).

leftcenterrightdel
ຜູ້ຕາງໜ້າກອງບັນຊາການຕໍາຫຼວດທະເລເຂດ 3 ແລະຄະນະຂົນຂວາຍປະຊາຊົນແຂວງ ບ່າເຣ້ຍ-ຫວຸງເຕົ່າ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຊາວປະມົງເມືອງ ຊວຽນມົກ. ພາບ: ດຶກທິ້ງ.

ໃນລາຍການ, ກອງບັນຊາການຕໍາຫຼວດທະເລເຂດ 3 ໄດ້ສົມທົບກັບໂຮງໝໍ ຮຸ່ງເຮືອງ ກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ຊາວປະມົງ; ຢ້ຽມຢາມ, ມອບຂອງຂວັນ 150 ພູດໃຫ້ບັນດາຄອບຄົວນະໂຍບາຍ ແລະຊາວປະມົງທີ່ປະສົບກັບຄວາມຫຍຸ້ງຍາກ (1 ລ້ານດົ່ງ/ພູດ); ມອບທຸງຊາດ 20 ຜືນ, ຕູ້ຢາປົວພະຍາດ ແລະຂອງຂວັນໃຫ້ເຈົ້າຂອງເຮືອຫາປາ, ກັບຕັນເຮືອ, ເຈົ້າຂອງສາງເກັບຊື້ອາຫານທະເລ.

ຕາມທ່ານພັນເອກພິເສດ ກາວຊວນກວ້ນ, ຮອງຫົວໜ້າການເມືອງກອງບັນຊາການຕໍາຫຼວດທະເລເຂດ 3 ໃຫ້ຮູ້ວ່າ, ປະຕິບັດວຽກງານຂົນຂວາຍປະຊາຊົນ “ຕໍາຫຼວດທະເລຮ່ວມເດີນທາງກັບຊາວປະມົງ” ແຕ່ປີ 2021 ມາຮອດປະຈຸບັນ, ກອງບັນຊາການຕໍາຫຼວດທະເລເຂດ 3 ໄດ້ສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ຈັດຕັ້ງການເຄື່ອນໄຫວໂຄສະນາກົດໝາຍ, ໂຄສະນາກ່ຽວກັບທະເລ, ໝູ່ເກາະ 40 ກວ່າແຫ່ງໃຫ້ພະນັກງານ, ລັດຖະກອນ, ພາລະກອນ, ນັກຮຽນ, ນັກສຶກສາ, ຊາວປະມົງ ແລະປະຊາຊົນ 14.000 ກວ່າເທື່ອຄົນ; ມອບຂອງຂວັນ 4.000 ກວ່າພູດໃຫ້ປະຊາຊົນ, ລົດຖີບ 130 ຄັນ ແລະທຶນການສຶກສາ 500 ກວ່າທຶນ ໃຫ້ແກ່ນັກຮຽນ...

ການເຄື່ອນໄຫວທີ່ມີຄວາມໝາຍດັ່ງກ່າວໄດ້ປະກອບສ່ວນຮັດແໜ້ນສາຍພົວພັນອັນສະໜິດແໜ້ນລະຫວ່າງທະຫານກັບປະຊາຊົນ, ເພີ່ມທະວີຮູບພາບອັນສູງສົ່ງຂອງ “ທະຫານລຸງໂຮ່ - ນັກຮົບຕໍາຫຼວດທະເລ”.

ໂດຍ: ຈາງຫງວຽນ