ລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນ ຫວຽດນາມ - ລາວ ຢູ່ແຂວງເງະອານ
ກປ.ອອນໄລ - ວັນທີ 22 ພຶດສະພາ, ຄ້າຍທະຫານຊາຍແດນຕາມເຮີບ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໃຫ້ຮູ້ວ່າ ຫາກໍ່ສົມທົບກັບກອງຮ້ອຍທະຫານຊາຍແດນ 251, ກອງບັນຊາການທະຫານແຂວງບໍລິຄໍາໄຊ (ປະເທດເພື່່ອນລາວ) ຈັດຕັ້ງການລາດຕະເວນສອງຝ່າຍກວດກາເສັ້ນຊາຍແດນ, ຫຼັກໝາຍຊາຍແດນຫວຽດນາມ-ລາວ.
ຝ່າຍຄ້າຍທະຫານຊາຍແດນຕາມເຮີບ ນຳໂດຍທ່ານພັນໂທ ໂງວັນທ້ຽນ, ຫົວໜ້າການເມືອງຄ້າຍທະຫານຊາຍແດນຕາມເຮີບ, ຫົວໜ້າກອງລາດຕະເວນ. ຝ່າຍກອງຮ້ອຍທະຫານຊາຍແດນ 251 - ທະຫານຊາຍແດນລາວ ນໍາໂດຍທ່ານພັນໂທ ບົວແກ້ວ ຄຳພະໄຊ ຫົວໜ້າການທະຫານກອງຮ້ອຍທະຫານຊາຍແດນ 251, ຫົວໜ້າກອງລາດຕະເວນ.
ນີ້ແມ່ນການເຄື່ອນໄຫວສຳຄັນຂອງຄ້າຍທະຫານປ້ອງກັນຊາຍແດນຕາມເຮີບ ແລະກອງຮ້ອຍທະຫານຊາຍແດນ 251 ເພື່ອແນໃສ່ຄົ້ນພົບບັນດາກໍລະນີລະເມີດລະບຽບການຢູ່ເຂດຊາຍແດນ ແລະປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນລະຫວ່າງ 2 ປະເທດ ຫວຽດນາມ - ລາວ. ສອງຝ່າຍລາດຕະເວນຊາຍແດນຫວຽດນາມ-ລາວ, ຕອນແຕ່ຫຼັກໝາຍຊາຍແດນ 425 ຫາຫຼັກໝາຍຊາຍແດນ 426 ແລະຫຼັກໝາຍ 425/1, 425/2, 425/3.
    |
 |
ຫົວໜ້າກອງລາດຕະເວນສອງຝ່າຍແລກປ່ຽນບົດບັນທຶກຊ່ວຍຈໍາ. ພາບ: nhandan.vn |
ຜ່ານການກວດກາເຫັນວ່າ, ລະບົບຊາຍແດນ, ຫຼັກໝາຍຊາຍແດນຍັງຮັກສາສະພາບເດີ່ມ, ບໍ່ຖືກເຄື່ອນຍ້າຍ; ບໍ່ຄົ້ນພົບສັນຍານການກະທໍາລະເມີດສັນຍາ, ສົນທິສັນຍາ, ກົດລະບຽບຊາຍແດນ, ບັນດາການເຄື່ອນໄຫວລະເມີດກົດໝາຍຂອງແຕ່ລະປະເທດ.
ກອງລາດຕະເວນດໍາເນີນການຖາງຫຍ້າຢູ່ອ້ອມຫຼັກໝາຍຊາຍແດນແຫ່ງຊາດ 425, 426 ແລະ 3 ຫຼັກໝາຍ 425/1; 425/2; 425/3 ສ້າງເງື່ອນໄຂສະດວກໃຫ້ແກ່ການປະຕິບັດໜ້າທີ່ລາດຕະເວນໃນຄັ້ງຕໍ່ໄປ.
ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຮັບຮອງໝາກຜົນການລາດຕະເວນ, ຄຸ້ມຄອງປົກປັກຮັກສາຊາຍແດນ. ພ້ອມທັງເຫັນດີເປັນເອກະພາບກ່ຽວກັບເນື້ອໃນ, ວິທີການ, ເວລາ ແລະດຳເນີນການລາດຕະເວນໃນຄັ້ງຕໍ່ໄປ.
ໂດຍ: ທະນາພອນ