ສອງຝ່າຍໄດ້ດໍາເນີນການກວດກາສະພາບຫຼັກໝາຍຊາຍແດນແຫ່ງຊາດ, ສັນຍານຂອງເສັ້ນຊາຍແດນ, ປຶກສາຫາລືກ່ຽວກັບສະພາບການຂອງເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນແຫ່ງຊາດ; ກວດກາສະພາບປັດຈຸບັນຂອງພູມສັນຖານ, ທາງນ້ອຍ, ທາງຮ່ອມທີ່ທຽວໄປມາ ຢູ່ຕາມເສັ້ນຊາຍແດນ ເພື່ອສົມທົບກັນຄຸ້ມຄອງ ແລະປົກປັກຮັກສາໃນໄລຍະຈະມາເຖິງ.

ພ້ອມກັນນັ້ນ, ກໍ່ຈັດຕັ້ງການຖາງຫຍ້າ, ທາສີຫຼັກໝາຍຊາຍແດນແຫ່ງຊາດ; ຮັບປະກັນຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ; ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຊາຍແດນ, ຄວາມສະຫງົບ, ປອດໄພ, ຄວາມເປັນລະບຽບຮຽບຮ້ອຍ... ບົນເນື້ອໃນຈິດໃຈມິດຕະພາບ, ການຮ່ວມມື, ພ້ອມກັນພັດທະນາ, ສອດຄ່ອງກັບຫຼັກການພົວພັນຕ່າງປະເທດ.

leftcenterrightdel
ກອງລາດຕະເວນສອງຝ່າຍ ດໍາເນີນພິທີເຄົາລົບຫຼັກໝາຍຊາຍແດນ ຫວຽດນາມ-ລາວ. ພາບ: bienphong.com.vn

ທ່ານພັນເອກພິເສດ ໂຮ່ກວຽດຖັ໋ງ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການ ກອງບັນຊາການທະຫານຊາຍແດນແຂວງເງະອານ ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທຳອິດທີ່ກອງບັນຊາການທະຫານຊາຍແດນແຂວງເງະອານ ແລະ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຈັດຕັ້ງການລາດຕະເວນສອງຝ່າຍໃນຂັ້ນແຂວງ. ການລາດຕະເວນຄັ້ງນີ້ແມ່ນເພື່ອແນໃສ່ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງຝ່າຍ ໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະຮັກສາຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ປະກອບສ່ວນປັບປຸງ ການພົວພັນຮ່ວມມື, ຄວາມສາມັກຄີແບບພິເສດເວົ້າລວມ ແລະ ລະຫວ່າງກອງບັນຊາການທະຫານຊາຍແດນແຂວງເງະອານ ກັບກອງບັນຊາການທະຫານແຂວງຊຽງຂວາງ ເວົ້າສະເພາະ. ຜ່ານການລາດຕະເວນກວດກາ ແລະ ປົກປັກຮັກສາລະບົບຫຼັກໝາຍຊາຍແດນແຫ່ງຊາດ ແລະ ເສັ້ນຊາຍແດນ ແມ່ນເພື່ອພົບເຫັນ ແລະ ສົມທົບກັນແກ້ໄຂບັນດາກໍລະນີລະເມີດສັນຍາກ່ຽວກັບລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນທາງບົກ ຫວຽດນາມ - ລາວ.

leftcenterrightdel
ທ່ານພັນເອກພິເສດ ໂຮ່ກວຽດຖັ໊ງ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການ ກອງບັນຊາການທະຫານຊາຍແດນແຂວງເງະອານ, ຫົວໜ້າກອງລາດຕະເວນ ທາສີຫຼັກໝາຍຊາຍແດນ. ພາບ: bienphong.com.vn
leftcenterrightdel
ໃນວິວັດການດໍາເນີນການລາດຕະເວນ, ກອງລາດຕະເວນ ສົມທົບກັນຖາງຫຍ້າຢູ່ເຂດຊາຍແດນ, ຫຼັກໝາຍຊາຍແດນ ຫວຽດນາມ-ລາວ. ພາບ: bienphong.com.vn
leftcenterrightdel
ຫົວໜ້າກອງລາດຕະເວນສອງຝ່າຍ ແລກປ່ຽນບົດບັນທຶກການລາດຕະເວນສອງຝ່າຍ ຢູ່ເຂດຊາຍແດນຫວຽດນາມ-ລາວ. ພາບ: bienphong.com.vn

ພາຍຫຼັງຈັດຕັ້ງການລາດຕະເວນສອງຝ່າຍ, ກອງລາດຕະເວນຂອງທັງສອງຝ່າຍໄດ້ປະຊຸມຖອນຖອນ, ແລກປ່ຽນບົດຮຽນ ແລະ ໄດ້ລົງນາມໃນບົດບັນທຶກການລາດຕະເວນສອງຝ່າຍ ຢູ່ດ່ານຊາຍແດນສາກົນ ນໍ້າກັ໊ນ. ພ້ອມກັນນັ້ນ, ກໍເຫັນດີເປັນເອກະພາບກ່ຽວກັບເວລາ ແລະ ຕອນຊາຍແດນທີ່ຈະດໍາເນີນລາດຕະເວນຂັ້ນແຂວງໃນຄັ້ງຕໍ່ໄປ.

ໂດຍ: ທູຈາງ