ພັນເອກພິເສດ ຫວໍກວາງທ້ຽນ, ຮອງເລຂາພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຮ່າຕິ້ງ ແລະທ່ານພົນຈັດຕະວາ ຈວງຈັນ ລາດຊະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍລິຄໍາໄຊ ເປັນປະທານກອງປະຊຸມ.

ທີ່ກອງປະຊຸມ, ກອງບັນຊາການທະຫານ 2 ແຂວງ ໄດ້ແຈ້ງໃຫ້ກັນຊາບກ່ຽວ ກັບການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ, ພິເສດແມ່ນໃນຂົງເຂດການທະຫານ-ປ້ອງກັນຊາດ ໃນປີ 2023 ແລະຊຸມເດືອນຕົ້ນປີ 2024.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: baohatinh.vn

ໃນໄລຍະຜ່ານມາ, ດ້ວຍຈິດໃຈມິດຕະພາບແບບພິເສດ, ກອງບັນຊາການທະຫານສອງປະເທດໄດ້ຊາບຊຶມ, ຜັນຂະຫຍາຍການປະຕິບັດບັນດາເນື້ອໃນຂໍ້ຕົກລົງຮ່ວມມືກ່ຽວກັບການທະຫານການປ້ອງກັນຊາດ ປີ 2023 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດ; ແຜນການຮ່ວມມືກັບລາວຂອງທະຫານເຂດ 4, ບົດບັນທຶກການຮ່ວມມືເສດຖະກິດ-ສັງຄົມ, ການທະຫານ-ປ້ອງກັນຊາດ ປີ 2023 ທີ່ໄດ້ຮັບການລົງນາມແລ້ວ.

ຜ່ານນັ້ນ, ປະກອບສ່ວນຮັດແໜ້ນ, ປັບປຸງ ແລະເສີມຂະຫຍາຍມູນເຊື້ອຄວາມສາມັກຄີມິດຕະພາບລະຫວ່າງ ຮ່າຕິ້ງ - ບໍລິຄຳໄຊ ເວົ້າລວມ ແລະກອງບັນຊາການທະຫານ 2 ແຂວງ ເວົ້າສະເພາະ, ຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງຢູ່ເຂດຊາຍແດນ.

ທີ່ກອງປະຊຸມ, 2 ຝ່າຍໄດ້ເຫັນດີເປັນເອກະພາບລົງນາມໃນຫຼາຍເນື້ອໃນສຳຄັນຄື: ສືບຕໍ່ຮັກສາ ແລະແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບຄວາມໝັ້ນຄົງດ້ານການເມືອງປະຈໍາໄລຍະ ແລະເມື່ອເກີດສະພາວະການໂດຍບັງເອີນ; ສົມທົບກັນຢ່າງແໜ້ນແຟ້ນໃນການໂຄສະນາເຜີຍແຜ່, ຂົນຂວາຍ ແລະແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງຢູ່ຊາຍແດນ; ...

2 ຝ່າຍແລກປ່ຽນ ແລະແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ທ້ອງຖິ່ນເປັນປະຈຳ; ສືບຕໍ່ເປັນເສນາທິການໃຫ້ຄະນະປະຕິບັດງານພິເສດ, ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນແຂວງບໍລິຄຳໄຊ ສ້າງເງື່ອນໄຂສະດວກເພື່ອໃຫ້ກອງທ້ອນໂຮມຂອງກອງບັນຊາການທະຫານແຂວງ ຮ່າຕິ້ງ ປະຕິບັດສໍາເລັກໜ້າທີ່ສຳຫຼວດ ແລະຊອກຫາ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດໃນລະດູແລ້ງປີ 2024 – 2025 ແລະໃນຊຸມປີຕໍ່ໄປເປັນຢ່າງດີ.

ໂດຍ: ທະນາພອນ