ທ່ານ ລວຍ ແມ່ນສະມາຊິກສະຫະພັນນັກຮົບເກົ່າ ແລະເປັນຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ປະຈຸບັນອາໄສຢູ່ບ້ານ ຢາວກູ໊. ພິເສດ, ຄອບຄົວຂອງທ່ານ ໂຮ່ກາລວຍ ກໍໄດ້ຄົບໜ້າຄົບຕາເພື່ອເຫັນປະຈັກຕາ ແລະແບ່ງປັນຄວາມສຸກໃນວັນເລີ່ມລົງມືກໍ່ສ້າງເຮືອນຫຼັງໃໝ່.

ການກໍ່ສ້າງ “ຊາຍຄາແຫ່ງຄວາມອົບອຸ່ນຢູ່ເຂດຊາຍແດນ” ບໍ່ພຽງແຕ່ແມ່ນການກະທໍາທີ່ສະແດງໃຫ້ເຫັນຄວາມຮູ້ບຸນຄຸນ ຕໍ່ກັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນນໍ້າໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນວົງຄະນະຍາດ, ພິເສດແມ່ນຢູ່ເຂດຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

leftcenterrightdel
ວາງກ້ອນຫີນກໍ່ສ້າງ “ຊາຍຄາແຫ່ງຄວາມອົບອຸ່ນຢູ່ເຂດຊາຍແດນ” ໃຫ້ຄອບຄົວທ່ານ ໂຮ່ກາລວຍ. ພາບ: congly.vn

ນອກຈາກການກໍ່ສ້າງ “ຊາຍຄາແຫ່ງຄວາມອົບອຸ່ນຢູ່ເຂດຊາຍແດນ” ແລ້ວ, ຄ້າຍທະຫານຊາຍແດນ ເຮື໊ອງຝຸ່ງ ຍັງສົມທົບກັບຄະນະຈັດຕັ້ງລາຍການ “ເຈື່ອງເຊີນ ດັງກ້ອງກັງວານ” ຄັ້ງທີ 8 ເພື່ອດຳເນີນການເຄື່ອນໄຫວ ທີ່ມີຄວາມໝາຍອື່ນອີກຫຼາຍຢ່າງ. ທາງກົມກອງຈະມອບໂຄງການກໍ່ສ້າງອ່າງອາບນ້ຳ ແລະ ຂອງຂວັນ 50 ພູດ ໃຫ້ແກ່ 50 ຄົນທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ສະມາຊິກສະຫະພັນນັກຮົບເກົ່າທີ່ປະສົບກັບຄວາມຫຍຸ້ງຍາກ.

ຄຽງຂ້າງນີ້, ຍັງໄດ້ມອບຫຼາຍຂອງຂວັນທີ່ມີຄວາມໝາຍໃຫ້ພວກນ້ອງນັກຮຽນໃນບໍລິເວນ, ມູນຄ່າຂອງຂວັນ ແລະກິດຈະການການກໍ່ສ້າງທັງໝົດແມ່ນເກືອບຮອດ 200 ລ້ານດົ່ງ.

leftcenterrightdel
ຖ່າຍຮູບທີ່ລະນຶກກັບຄອບຄົວທ່ານ ໂຮ່ກາລວຍ. ພາບ: congly.vn

ເລື່ອງເລີ່ມລົງມືກໍ່ສ້າງ “ຊາຍຄາແຫ່ງຄວາມອົບອຸ່ນຢູ່ເຂດຊາຍແດນ” ແລະການເຄື່ອນໄຫວຕ່າງໆໄດ້ປະກອບສ່ວນແຜ່ຂະຫຍາຍຄຸນຄ່າມະນຸດສະທໍາອັນສູງສົ່ງ, ເຮັດໃຫ້ນ້ຳໃຈຮັກຊາດ, ຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນສະຫວ່າງສະໄຫວ.

ໂດຍ: ທູຈາງ