ພູມີປະເທດທຸລະກັນດານ ແລະ ອາກາດຮ້າຍແຮງ ເຮັດໃຫ້ວຽກງານລາດຕະເວນ, ຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນ ຂອງກໍາລັງທະຫານຊາຍແດນ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ເພື່ອຄຸ້ມຄອງອະທິປະໄຕອະທິປະໄຕຜືນແຜ່ນດິນ, ຄວາມສະຫົງບຢູ່ເຂດຊາຍແດນແຕ່ຫົວທີ, ແຕ່ໄກໄວ້ໃຫ້ໝັ້ນຄົງ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫ້ວ ໄດ້ຊີ້ນຳບັນດາກົມກອງປະຕິບັດໜ້າທີ່ປ້ອງກັນຊາຍແດນທຸກດ້ານຢ່າງຄົບຊຸດ; ເປັນເຈົ້າການກໍາແໜ້ນສະພາບການ; ເປັນປະທານ ສົມທົບກັບບັນດາກຳລັງຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຊາຍແດນແຫ່ງຊາດໄວ້ໃຫ້ໝັ້ນຄົງ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພ້ອມກັນພັດທະນາ.

ນອກຈາກນັ້ນ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫ້ວ ຍັງໄດ້ເພີ່ມທະວີວຽກງານກວດກາ ເພື່ອແນໃສ່ຕີລາຄາຜົນການລາດຕະເວນ, ຄວບຄຸມລະບົບເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນແຫ່ງຊາດ; ວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນ ຢູ່ຄ້າຍທະຫານຊາຍແດນ ທີ່ຢູ່ຕາມເສັ້ນຊາຍແດນຫວຽດນາມ - ລາວ ຕອນໄປຜ່ານແຂວງເທື່ອທຽນເຫ້ວ. ຜ່ານນັ້ນໄດ້ຕັກເຕືອນ ແລະແກ້ໄຂສິ່ງຄົງຄ້າງ ແລະ ຂໍ້ຈຳກັດຢ່າງທັນການ ເພື່ອຍົກສູງຄຸນນະພາບວຽກງານຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ.

leftcenterrightdel
ກວດກາຂັ້ນຕອນດໍາເນີນການລາດຕະເວນ ຢູ່ຄ້າຍທະຫານຊາຍແດນດ່ານຊາຍແດນ ຮົ່ງເວິນ. ພາບ: qdnd.vn
leftcenterrightdel
ຄະນະປະຕິບັດງານ ກວດກາວຽກງານລາດຕະເວນຂອງຄ້າຍທະຫານຊາຍແດນ ດ່ານຊາຍແດນອາເດີດ. ພາບ: qdnd.vn
leftcenterrightdel
ເສັ້ນທາງລາດຕະເວນ ຜ່ານກິ່ວສູງຊັນ. ພາບ: qdnd.vn
leftcenterrightdel
ກວດກາຢູ່ຫຼັກໝາຍຊາຍແດນ ທີ 644 ຂຶ້ນກັບການຄຸ້ມຄອງຂອງຄ້າຍທະຫານຊາຍແດນດ່ານຊາຍແດນຮົ່ງເວິນ. ພາບ: qdnd.vn
leftcenterrightdel
ຄະນະປະຕິບັດງານ ດໍາເນີນການກວດກາ ແລະປຽບທຽບເສັ້ນຊາຍແດນຕາມແຜນທີ່ ແລະພື້ນທີ່ຕົວຈິງ ຢູ່ຫຼັກໝາຍຊາຍແດນແຫ່ງຊາດທີ 667 ຂຶ້ນກັບການຄຸ້ມຄອງຂອງຄ້າຍທະຫານຊາຍແດນ ດ່ານຊາຍແດນອາເດີດ. ພາບ: qdnd.vn
leftcenterrightdel
ພັນເອກພິເສດ ຢ້າມຕຸ້ງເລິມ, ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫ້ວ ສະຫຼຸບທີ່ການກວດກາ. ພາບ: qdnd.vn

ໂດຍ: ທູຈາງ