ນີ້ກໍ່ແມ່ນຈຸດເວລາທີ່ມີຄ່າທີ່ສຸດເພື່ອໃຫ້ທະຫານຄ້າຍທະຫານຊາຍແດນດ່ານຊາຍແດນສາກົນຈາລໍ, ຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ແລະກອງຮ້ອຍທະຫານຊາຍແດນ 311, 312 ຂຶ້ນກັບກອງບັນຊາການທະຫານແຂວງຄຳມ່ວນ (ລາວ) ໄດ້ແບ່ງປັນຄວາມໃນໃຈເພື່ອບັນເທົາຄວາມອິດເມື່ອຍພາຍຫຼັງທີ່ໄປລາດຕະເວນຜ່ານພູຜ່ານປ່າມາ.

ທ່ານພັນຕີ ເຢືອງວັນຫ໋າຍ ຮອງຫົວໜ້າຄ້າຍທະຫານຊາຍແດນດ່ານຊາຍແດນສາກົນຈາລໍ ແບ່ງປັນວ່າ: “ຈຸດເວລານີ້, ພູຜາປ່າໄມ້ຢູ່ເຂດຊາຍແດນຫວຽດນາມ-ລາວ ອາກາດເລີ່ມມີການປ່ຽນແປງຢ່າງຜິດປົກກະຕິ, ຕອນກາງເວັນອຸນຫະພູມເພີ່ມຂຶ້ນຈາກ 38 ຫາ 39 ອົງສາເຊແຕ່ວ່າເມື່ອຕົກກາງຄືນມາ, ອຸນຫະພູມຫຼຸດລົງຫຼາຍ, ມີແຕ່ 8 ຫາ 10 ອົງສາເຊ ເທົ່ານັ້ນ. ເຖິງວ່າອາກາດຮ້ອນອົບເອົ້າ,  ພູມປະເທດຫຍຸ້ງຍາກ, ທຸລະກັນດານກໍ່ຕາມ, ແຕ່ໃນຂະບວນການປະຕິບັດໜ້າທີ່ການລາດຕະເວນສອງຝ່າຍ, ພະນັກງານ, ນັກຮົບສອງຝ່າຍໄດ້ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດສຳເລັດໜ້າທີ່ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດ”.

leftcenterrightdel
ກອງລາດຕະເວນສອງຝ່າຍ ດໍາເນີນການກວດກາຫຼັກໝາຍຊາຍແດນ. ພາບ: ດື໊ກຈີ໊

ການລາດຕະເວນສອງຝ່າຍແມ່ນການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນຂອງສອງຝ່າຍ ແນໃສ່ຄົ້ນພົບການລະເມີດກົດລະບຽບຊາຍແດນ, ແກ້ໄຂບັນດາເຫດການທີ່ເກີດຂຶ້ນຢູ່ຊາຍແດນຢ່າງທັນການ, ຮັກສາຄວາມສະຫງົບ, ຮັກສາຄວາມປອດໄພຢູ່ຕາມເສັ້ນຊາຍແດນລວມ. ພ້ອມທັງຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ບໍລິເວນເຂດສອງຟາກຊາຍແດນ. ເຖິງວ່າພູມມີປະເທດຈະທຸລະກັນດານ, ສະພາບດິນຟ້າອາກາດຜິດປົກກະຕິ, ແຫຼ່ງນໍ້າເຫືອດແຫ້ງ, ຂາດເຂີນ, ກິນ, ນອນຢູ່ໃນປ່າເລິກເປັນເວລາຫຼາຍມື້ກໍ່ຕາມ, ແຕ່ຈິດໃຈຂອງທະຫານທັງສອງຝ່າຍຍັງບໍ່ຫວັ່ນໄຫວ. ດ້ວຍຄວາມຕັດສິນໃຈສູງ, ໃນຂະບວນການລາດຕະເວນ, ສອງຝ່າຍໄດ້ກວດກາຫຼັກໝາຍຊາຍແດນຢ່າງຮອບຄອບ, ກວດກາສະພາບຄວາມປອດໄພຂອງລະບົບຫຼັກໝາຍຊາຍແດນແຫ່ງຊາດ ຫວຽດນາມ-ລາວ.

ທ່ານພັນຕີ ເຈິ່ນຊວນແຮັງ ພະນັກງານແພດທະຫານຄ້າຍທະຫານຊາຍແດນດ່ານຊາຍແດນສາກົນຈາລໍ ຖືກແຕ່ງຕັ້ງໃຫ້ເຂົ້າຮ່ວມການລາດຕະເວນຄັ້ງນີ້, ອ້າຍໃຫ້ຮູ້ວ່າ: “ນີ້ແມ່ນໜຶ່ງໃນບັນດາການລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນ ຫວຽດນາມ-ລາວ ທີ່ມີພູມສັນຖານທຸລະກັນດານ, ສະນັ້ນຈະສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການລາດຕະເວນຂອງທະຫານທັງສອງຝ່າຍຖ້າບໍ່ມີແພດໝໍທີ່ມີປະສົບການ. ຂະບວນການລາດຕະເວນແມ່ນຫຼາຍວັນ ແລະຫຍຸ້ງຍາກ, ສະນັ້ນການສົ່ງເສີມສຸຂະພາບໃຫ້ແກ່ທະຫານແມ່ນບຸລິມະສິດແຖວໜ້າ. ພວກຂ້າພະເຈົ້າ ໄດ້ເອົາຜ້າພັນບາດ ແລະຢາປົວພະຍາດທົ່ວໄປໄປນໍາເມື່ອພະນັກງານ, ນັກຮົບສອງຝ່າຍໄດ້ຢຸດພັກນັ້ນກໍ່ທັນກວດສຸຂະພາບຂອງສະມາຊິກແຕ່ລະຄົນເພື່ອຊ່ວຍເຂົາເຈົ້າ, ບາງຄົນໄດ້ຂ້າເຊື້ອເປັນບາດແຜເລັກໜ້ອຍ, ບາງຄົນໄດ້ນວດກ້າມຊີ້ນຂາເພື່ອເພີ່ມກຳລັງກາຍ ແລະຮັບປະກັນສຸຂະພາບໃນຕະຫຼອດການເດີນທາງຫຼາຍວັນ".

ພົບປະກັບທ່ານຮ້ອຍໂທ ບຸນຄຳ ມະນີວົງ, ຮອງຫົວໜ້າກອງຮ້ອຍທະຫານຊາຍແດນ 311, ແບ່ງປັນວ່າ: “ພວກຂ້າພະເຈົ້າ ພ້ອມກັບພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານຊາຍແດນສາກົນຈາລໍ ຜ່ານຜ່າຄວາມຫຍຸ້ງຍາກມານັບບໍ່ຖ້ວນໃນຂະບວນການລາດຕະເວນສອງຝ່າຍຢູ່ເຂດຊາຍແດນນີ້. ກົມກອງເພື່ອນມິດໄດ້ຊ່ວຍເຫຼືອ, ສ້າງເງື່ອນໄຂເພື່ອໃຫ້ພວກຂ້າພະເຈົ້າປະຕິບັດສຳເລັດໜ້າທີ່ການລາດຕະເວນສອງຝ່າຍຄັ້ງນີ້”.

ໃນເວລານີ້, ບໍ່ພຽງແຕ່ຢູ່ເຂດຊາຍແດນກວາງບິ່ງເທົ່ານັ້ນ, ແຕ່ບັນດາຄ້າຍທະຫານຊາຍແດນໃນທົ່ວປະເທດລ້ວນແຕ່ໄດ້ດຳເນີນການລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນທີ່ສັນຕິພາບ. ຍັງມີຄວາມຫຍຸ້ງຍາກລຳບາກ, ແຕ່ສຳລັບພວກຂ້າພະເຈົ້າຈະຕັດສິນໃຈຜ່ານຜ່າ, ປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ, ກອງທັບ ແລະປະຊາຊົນມອບໝາຍໃຫ້, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດໃນສະພາບການໃໝ່.

ໂດຍ: ເຈິ່ນຮວ່ຽນ