ກອງບັນຊາການທະຫານແຂວງຕວຽນກວາງ ແລະກອງບັນຊາການທະຫານແຂວງຜົ້ງສາລີ (ລາວ)
ລົງນາມໃນບົດບັນທຶກຊ່ວຍຈໍາການເຄື່ອນໄຫວແຮກສ່ຽວ ປີ 2024
ກປ.ອອນໄລ - ຕອນເຊົ້າວັນທີ 24 ເມສາ, ຢູ່ແຂວງຜົ້ງສາລີ, ກອງບັນຊາການທະຫານແຂວງຕວຽນກວາງ ແລະກອງບັນຊາການທະຫານແຂວງຜົ້ງສາລີ (ກອງທັບປະຊາຊົນລາວ) ໄດ້ຈັດຕັ້ງການພົບປະເຈລະຈາຕີລາຄາໝາກຜົນການເຄື່ອນໄຫວແຮກສ່ຽວ ແຕ່ປີ 2017 ມາຮອດປະຈຸບັນ. ທ່ານພັນເອກພິເສດ ດັ້ງວັນລອງ, ຫົວໜ້າກອງບັນຊາການທະຫານແຂວງຕວຽນກວາງ ແລະທ່ານພົນຈັດຕະວາ ຊຽງເພັງ ບົວລະວົງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ ເປັນປະທານຮ່ວມ.
    |
 |
ກອງບັນຊາການທະຫານແຂວງຕວຽນກວາງ ແລະກອງບັນຊາການທະຫານແຂວງຜົ້ງສາລີ ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການເຄື່ອນໄຫວແຮກສ່ຽວລະຫວ່າງສອງກົມກອງ ປີ 2024. ພາບ: qdnd.vn |
ທີ່ການພົບປະເຈລະຈາ, ສອງກົມກອງໄດ້ແລກປ່ຽນກ່ຽວກັບໝາກຜົນວຽກງານເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນໃນການຊີ້ນໍາ, ນໍາພາ ແລະຈັດຕັ້ງການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດຢູ່ທ້ອງຖິ່ນ; ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າຮົບທົ່ວປວງຊົນປ້ອງກັນຊາດຕິດພັນກັບທ່າຮົບທົ່ວປວງຊົນປ້ອງກັນຄວາມສະຫງົບ; ສ້າງກໍາລັງແຮງບົ່ມຊ້ອນໃນເຂດປ້ອງກັນແຂວງ; ໝາກຜົນການຝຶກອົບຮົມ, ກຽມພ້ອມສູ້ຮົບຂອງກຳລັງປະກອບອາວຸດສອງແຂວງ; ການສົມທົບກັນໂຄສະນາ ແລະເສີມຂະຫຍາຍປະສິດທິຜົນແຫ່ງສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ.
    |
 |
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn |
ໃນໄລຍະຜ່ານມາ, ກອງບັນຊາການທະຫານສອງແຂວງໄດ້ຊາບຊຶມ, ປະຕິບັດທັດສະນະ, ແຜນນະໂຍບາຍ, ແນວທາງພົວພັນຕ່າງປະເທດຂອງພັກ, ລັດຢ່າງເຂັ້ມງວດ, ເປັນຕົ້ນແມ່ນການພົວພັນຕ່າງປະເທດດ້ານປ້ອງກັນຊາດ ແລະການຮ່ວມມືສາກົນ; ສອງກົມກອງສົມທົບກັນປະຕິບັດວຽກງານໂຄສະນາ, ສຶກສາອົບຮົມພະນັກງານ, ນັກຮົບໃນກໍາລັງປະກອບອາວຸດ ແລະປະຊາຊົນສອງແຂວງກ່ຽວກັບມູນເຊື້ອສາມັກຄີ, ມິດຕະພາບຂອງສອງປະເທດ; ຕັ້ງໜ້າແລກປ່ຽນບົດຮຽນໃນການປະຕິບັດໜ້າທີ່ການທະຫານ ແລະປ້ອງກັນຊາດ.
ກ່າວຄຳເຫັນທີ່ການພົບປະເຈລະຈາ, ທ່ານພັນເອກພິເສດ ດັ້ງວັນລອງ ແລະທ່ານພົນຈັດຕະວາ ຊຽງເພັງ ບົວລະວົງ ລ້ວນແຕ່ເນັ້ນໜັກວ່າ ການເຄື່ອນໄຫວແຮກສ່ຽວລະຫວ່າງສອງກົມກອງນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ.
ພາຍຫຼັງການພົບປະເຈລະຈາ, ກອງບັນຊາການທະຫານແຂວງຕວຽນກວາງ ແລະກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ ປີ 2024.
ໂດຍ: ເຈິ່ນຮວ່ຽນ