leftcenterrightdel
ທ່ານພັນເອກພິເສດ ໂຮ່ແທັງເຊີນ, ຮອງຫົວໜ້າກອງບັນຊາການ, ຫົວໜ້າເສນາທິການທະຫານຊາຍແດນແຂວງກວ໋າງບິ່ງ ອວຍພອນປີໃໝ່ຢູ່ແຂວງຄໍາມ່ວນ. ພາບ: giaoducthoidai.vn

ທ່ານພັນເອກພິເສດ ໂຮ່ແທັງເຊີນ ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງການນຳ, ປະຊາຊົນລາວບັນດາເຜົ່າ ເວົ້າລວມ, ສອງແຂວງຄໍາມ່ວນ,  ສະຫວັນນະເຂດ ເວົ້າສະເພາະ ເນື່ອງໃນໂອກາດບຸນປີໃໝ່ລາວ.

ບັນດາກົມກອງ ກໍ່ໄດ້ແລກປ່ຽນ, ແຈ້ງໃຫ້ກັນຊາບກ່ຽວກັບສະພາບການດ້ານເສດຖະກິດ, ການເມືອງ, ສັງຄົມຢູ່ທ້ອງຖິ່ນ, ໝາກຜົນທີ່ບັນລຸໄດ້ໃນວຽກງານສົມທົບກັນລາດຕະເວນສອງຝ່າຍເພື່ອປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ຕໍ່ສູ້, ສະກັດກັ້ນການເຄື່ອນໄຫວທີ່ ລະເມີດອະທິປະໄຕຜືນແຜ່ນດິນ ແລະການເຄື່ອນໄຫວຄ້າຂາຍ, ຂົນສົ່ງຢາເສບຕິດ, ວັດຖຸລະເບີດ, ກະໂພກຜິດກົດໝາຍຂ້າມຊາຍແດນ, ດ່ານຊາຍແດນ. ພິເສດ, ສອງຝ່າຍໄດ້ເປັນເສນາທິການໃຫ້ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນຈັດຕັ້ງການເຄື່ອນໄຫວຫຼາຍຢ່າງສຳເລັດຜົນເພື່ອຂໍ່ານັບຮັບຕ້ອນພິທີລົງນາມແຮກສ່ຽວລະຫວ່າງກຸ່ມຊຸມຊົນ, ກຸ່ມບ້ານລັງຄັງ, ເມືອງບົວລະພາ, ແຂວງຄໍາມ່ວນ ກັບຕາແສງເຢີນຮ໊ວາ, ເມືອງມິງຮ໊ວາ.

leftcenterrightdel
ທະຫານຊາຍແດນແຂວງກວ໋າງບິ່ງ ອວຍພອນປີໃໝ່ຢູ່ກອງບັນຊາການທະຫານແຂວງສະຫວັນນະເຂດ. ພາບ: giaoducthoidai.vn

ສະແດງຄວາມຂອບໃຈຕໍ່ອາລົມຈິດຂອງທະຫານຊາຍແດນແຂວງກວ໋າງບິ່ງ, ການນຳກົມກອງຂອງເພື່ອນປາດຖະໜາຢາກສືບຕໍ່ຍູ້ແຮງການເຄື່ອນໄຫວສົມທົບກັບທະຫານຊາຍແດນແຂວງກວ໋າງບິ່ງ ໃນວຽກງານປ້ອງກັນຊາຍແດນ, ປ້ອງກັນ, ຕ້ານອາດຊະຍາກໍາຕ່າງໆ, ໂຄສະນາ ແລະຊ່ວຍເຫຼືອປະຊາຊົນທີ່ຢູ່ສອງຟາກຊາຍແດນພັດທະນາເສດຖະກິດ; ຮ່ວມແຮງຮ່ວມໃຈກັບກຳລັງປະກອບອາວຸດປົກປັກຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາ. ບັນດາອາລົມຈິດອັນດີງາມໄດ້ຮັບການເພີ່ມພູນຄູນສ້າງໃນໄລຍະຜ່ານມາຈະແມ່ນພື້ນຖານໃຫ້ຄົນລຸ້ນຫຼັງສືບຕໍ່ຮັກສາ ແລະພັດທະນາຍິ່ງໆຂຶ້ນ.

ໂດຍ: ເຈິ່ນຮວ່ຽນ