leftcenterrightdel
ການນຳກອງບັນຊາການທະຫານຊາຍແດນແຂວງເຊີນລາ ມອບຂອງຂວັນ ແລະອວຍພອນປີໃໝ່ໃຫ້ກອງບັນຊາການທະຫານແຂວງ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ ເນື່ອງໃນໂອກາດບຸນປີໃໝ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ຕາງໜ້າໃຫ້ຄະນະປະຕິບັດງານ, ທ່ານພັນເອກພິເສດ ຫງວຽນດີ່ງຮວນ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງເຊີນລາ ໄດ້ສົ່ງຄໍາອວຍພອນໄປເຖິງພະນັກງານ, ນັກຮົບສອງກໍາລັງປ້ອງກັນຊາຍແດນພ້ອມກັບຄອບຄົວປີໃໝ່ຈົ່ງມີແຕ່ສິ່ງດີງາມເຂົ້າມາໃນຊີວິດ; ອວຍພອນໃຫ້ສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີມິດຕະພາບລະຫວ່າງຄະນະພັກ, ອໍານາດການປົກຄອງ, ປະຊາຊົນ ແລະກໍາລັງປ້ອງກັນຊາຍແດນສອງແຂວງເຊີນລາ-ຫົວພັນ ໃຫ້ໝັ້ນແກ່ນ, ນັບມື້ນັບພັດທະນາ, ຮ່ວມແຮງຮ່ວມໃຈປະຕິບັດໜ້າທີ່ຄຸ້ມຄອງ, ປ້ອງກັນຊາຍແດນ.

ທ່ານພັນເອກ ພັນສີ ຊ່ອນມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫົວພັນ ໄດ້ກ່າວຂອບໃຈຕໍ່ອາລົມຈິດອັນດີງາມມາຍັງຄະນະປະຕິບັດງານທີ່ໄດ້ສະຫງວນໃຫ້ສອງກົມກອງ, ພ້ອມທັງຢັັ້ງຢືນວ່າ ກໍາລັງປ້ອງກັນຊາຍແດນສອງແຂວງ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ, ປ້ອງກັນຊາຍແດນລະຫວ່າງສອງປະເທດ ລາວ-ຫວຽດນາມ ເວົ້າລວມ, ສອງແຂວງຫົວພັນ-ເຊີນລາ ເວົ້າສະເພາະ, ເປັນຕົ້ນແມ່ນໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆຂ້າມຊາຍແດນ; ຮ່ວມກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ.

ໂດຍ: ຄໍາໄຊ