leftcenterrightdel
ທ່ານພົນຈັດຕະວາ ຟຸ່ງກ໊ວກຕ໊ວນ ອວຍພອນປີໃໝ່ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ. ພາບ: ຫງອັກບາງ

ທີ່ບັນດາກົມກອງ, ຕາງໜ້າຄະນະພັກ, ກອງບັນຊາການທະຫານຊາຍແດນຫວຽດນາມ, ທ່ານພົນຈັດຕະວາ ຟຸ່ງກ໊ວກຕ໊ວນ ໄດ້ສົ່ງພອນໄຊອັນປະເສີດມາຍັງພະນັກງານ, ນັກຮົບ, ພາລະກອນກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ກົມໃຫຍ່ປ້ອງກັນຄວາມສະຫງົບ ແລະກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບລາວ; ອວຍພອນໃຫ້ການພົວພັນສົມທົບວຽກງານລະຫວ່າງກໍາລັງທະຫານ ຊາຍແດນສອງປະເທດພັດທະນາ ແລະເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ທ່ານພົນຈັດຕະວາ ຟຸ່ງກ໊ວກຕ໊ວນ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ພິເສດແມ່ນໃນປີ 2023, ກໍາລັງທະຫານຊາຍແດນສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ, ຮັກສາຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນສອງຟາກຊາຍແດນເປັນປົກກະຕິ, ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

leftcenterrightdel
ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນຫວຽດນາມ ຖ່າຍຮູບເປັນທີ່ລະນຶກພ້ອມກັບພະນັກງານ, ນັກຮົບກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ. ພາບ: ຫງອັກບາງ

ສອງຝ່າຍໄດ້ສົມທົບກັນຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ຢູ່ແຂວງກອນຕູມ ປະສົບຜົນສໍາເລັດ. ເປັນເສນາທິການໃຫ້ການນຳກະຊວງປ້ອງກັນປະເທດສອງປະເທດຈັດຕັ້ງພິທີລົງນາມອະນຸສັນຍາຮ່ວມມືປ້ອງກັນຊາຍແດນລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດລາວ ໃນວັນທີ 6 ມັງກອນ 2024 ສໍາເລັດຜົນ ແລະລາຍງານໃຫ້ລັດຖະບານສອງປະເທດຜັນຂະຫຍາຍການປະຕິບັດ. ສົມທົບກັນຈັດຕັ້ງລາຍການພົບປະແລກປ່ຽນນາຍທະຫານໜຸ່ມທະຫານຊາຍແດນ ຄັ້ງທີ 2 ຢູ່ແຂວງຮ່າຕິ້ງ ສໍາເລັດຜົນ; ຈັດການເຈລະຈາປະຈຳປີລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມທະຫານຊາຍແດນລາວ…

ໂດຍ: ເຈິ່ນຮວ່ຽນ