ການລາດຕະເວນສອງຝ່າຍ ເພື່ອປົກປັກຮັກສາຊາຍແດນ ຫວຽດນາມ - ລາວ
ກປ.ອອນໄລ - ໂດຍປະຕິບັດຕາມບົດບັນທຶກຂໍ້ຕົກລົງລະຫວ່າງກອງບັນຊາການທະຫານຊາຍແດນແຂວງເງະອານ (ຫວຽດນາມ) ແລະກອງບັນຊາການທະຫານແຂວງບໍລິຄໍາໄຊ (ລາວ), ວັນທີ 1 ເມສາ, ຄ້າຍທະຫານຊາຍແດນດ່ານຊາຍແດນແທັງຖຸຍ (ກອງບັນຊາການທະຫານຊາຍແດນແຂວງເງະອານ) ໄດ້ສົມທົບກັບກອງຮ້ອຍຊາຍແດນ 252 (ກອງບັນຊາການທະຫານແຂວງບໍລິຄໍາໄຊ, ລາວ) ດໍາເນີນການລາດຕະເວນສອງຝ່າຍ ຢູ່ເສັ້ນຊາຍແດນຫວຽດນາມ-ລາວ ແຕ່ຫຼັກໝາຍຊາຍແດນທີ 460 ຫາຫຼັກໝາຍຊາຍແດນທີ 461.
ສອງຝ່າຍໄດ້ດໍາເນີນການກວດກາລະບົບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ, ແລກປ່ຽນກ່ຽວກັບສະພາບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ; ພ້ອມທັງຖາງຫຍ້າ, ທໍາຄວາມສະອາດຢູ່ເຂດຫຼັກໝາຍຊາຍແດນ, ກວດກາສະພາບເສັ້ນຊາຍແດນ, ໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນທີ່ຢູ່ສອງຟາກຊາຍແດນປະຕິບັດຕາມຂໍ້ກໍານົດກ່ຽວກັບຊາຍແດນ, ຍົກສູງສະຕິໃນການປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ.
|
|
ກອງລາດຕະເວນ ຢູ່ຫຼັກໝາຍຊາຍແດນທີ 460. ພາບ: qdnd.vn |
ໃນວິວັດການລາດຕະເວນ, ສອງຝ່າຍໄດ້ດຳເນີນຖືກຕາມຂໍ້ກໍານົດຂອງວຽກງານພົວພັນຕ່າງປະເທດ, ຮັບປະກັນຖືກຕາມແຜນການ. ຜ່ານການກວດກາ, ລະບົບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນໂດຍສອງຝ່າຍຄຸ້ມຄອງ ແລະຮັບຜິດຊອບຍັງຢູ່ໃນສະພາບເດີມ. ສອງຝ່າຍໃຫ້ຮູ້ວ່າ ບໍ່ມີສັນຍານປູກຝັງ, ອາໄສ, ຂຸດຄົ້ນເຄື່ອງປ່າຂອງດົງຢ່າງຜິດກົດໝາຍ.
ສິ້ນສຸດການລາດຕະເວນ, ສອງກົມກອງໄດ້ຖອດຖອນບົດຮຽນ; ແລກປ່ຽນກ່ຽວກັບແຜນນະໂຍບາຍ, ມາດຕະການການແກ້ໄຂ, ເຫັນດີກ່ຽວກັບເວລາ, ກໍາລັງໃຫ້ການລາດຕະເວນຄັ້ງຕໍ່ໄປ ແລະລົງນາມໃນບົດບັນທຶກການລາດຕະເວນ. ສອງຝ່າຍກໍ່ເຫັນດີເປັນເອກະສັນນໍາກັນວ່າ ໃນໄລຍະຈະມາເຖິງ, ບັນດາຝ່າຍສືບຕໍ່ໂຄສະນາເຜີຍແຜ່, ສຶກສາອົບຮົມ, ຍົກສູງສະຕິ, ຄວາມຮູ້ດ້ານກົດໝາຍໃຫ້ປະຊາຊົນຢູ່ເຂດຊາຍແດນ. ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະສະພາບການທີ່ກ່ຽວຂ້ອງເຖິງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ອາດຊະຍາກຳ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດ.
|
|
ກອງລາດຕະເວນສອງຝ່າຍ ແລກປ່ຽນບົດບັນທຶກຊ່ວຍຈໍາ ຢູ່ຫຼັກໝາຍຊາຍແດນທີ 461. ພາບ: qdnd.vn |
ຮັກສາການພົບປະ, ແລກປ່ຽນວຽກງານຖອດຖອນບົດຮຽນ ແລະແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ. ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງປົກປັກຮັກສາຊາຍແດນຕາມພາລະບົດບາດ, ໜ້າທີ່ ແລະສິດອຳນາດທີ່ໄດ້ມອບໝາຍໃຫ້. ຄວບຄຸມຄົນ, ພາຫະນະ, ສິນຄ້າຜ່ານຊາຍແດນຢ່າງເຂັ້ມງວດ, ສ້າງເງື່ອນໄຂໃຫ້ການໄປມາຜ່ານຊາຍແດນ ແຕ່ບໍ່ປະໃຫ້ເປົ້າໝາຍທີ່ສວຍໃຊ້ການເຄື່ອນໄຫວຜິດກົດໝາຍລອດໄປໄດ້.
ໂດຍ: ທູຈາງ