leftcenterrightdel
ກໍາລັງລາດຕະເວນສອງປະເທດ ດໍາເນີນພິທີເຄົາລົບຫຼັກໝາຍຊາຍແດນ. ພາບ: ແອັງຢຸງ

ຫຼັງຈາກນັ້ນ, ກອງລາດຕະເວນສອງຝ່າຍໄດ້ດໍາເນີນການພົບປະຢູ່ຊາຍແດນ ເພື່ອແລກປ່ຽນສະພາບການກ່ຽວຂ້ອງເຖິງຄວາມສະຫງົບຊາຍແດນຂອງແຕ່ລະປະເທດ; ພ້ອມທັງຈັດຕັ້ງການລາດຕະເວນແຕ່ຫຼັກໝາຍຊາຍແດນທີ 3 ຫາ 1 ຢູ່ເສັ້ນຊາຍແດນສອງປະເທດ.

ຜ່ານການລາດຕະເວນເຫັນວ່າລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ຍັງຮັກສາຢູ່ໃນສະພາບເດີມ; ປະຊາຊົນທີ່ຢູ່ສອງຟາກຊາຍແດນມີຄວາມອຸ່ນອ່ຽນໃຈທຳການຜະລິດ, ພັດທະນາເສດຖະກິດ-ສັງຄົມ, ປະຕິບັດເອກະສານນິຕິກຳກ່ຽວກັບຊາຍແດນທາງບົກລະຫວ່າງຫວຽດນາມ ແລະຈີນ ເປັນຢ່າງດີ, ມີສະຕິປົກປັກຮັກສາຫຼັກໝາຍຊາຍແດນແຫ່ງຊາດ. ຂະບວນການລາດຕະເວນໄດ້ຮັບປະກັນຄວາມປອດໄພຢ່າງເດັດຂາດໃນທຸກ ດ້ານ. ຜູ້ຕາງໜ້າຂອງສອງກອງໄດ້ລົງນາມໃນບົດບັນທຶກຊ່ວຍຈຳ.

ໂດຍ: ເຈິ່ນຮວ່ຽນ