ຕໍາຫຼວດທະເລ ເຂດ 2 ໂຄສະນາກ່ຽວກັບການປ້ອງກັນ ແລະຕ້ານ IUU
ກປ.ອອນໄລ - ວັນທີ 27 ມີນາ, ກອງບັນຊາການຕໍາຫຼວດທະເລ ເຂດ 2 ໄດ້ສົມທົບກັບຄະນະຂົນຂວາຍປະຊາຊົນ ຄະນະພັກແຂວງກວາງຫງາຍ ແລະບັນດາກົມກອງກ່ຽວຂ້ອງຈັດການໂຄສະນາກ່ຽວກັບການປ້ອງກັນ ແລະຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ຖືກຕາມການກໍານົດ (IUU) ຢູ່ບັນດາທ້ອງຖິ່ນແຄມທະເລຂອງແຂວງກວາງຫງາຍ.
ຢູ່ບາງຕາແສງ ມີຫຼາຍພາຫະນະເຂົ້າຮ່ວມການຂຸດຄົ້ນສິນທະເລໄກຝັ່ງ, ກອງບັນຊາການຕໍາຫຼວດທະເລ ເຂດ 2 ແລະບັນດາກົມກອງໄດ້ຈັດຕັ້ງການໂຄສະນາເຜີຍແຜ່ໃຫ້ຊາວປະມົງ ແລະເຈົ້າຂອງກຳປັ່ນຫາປາກ່ຽວກັບຂໍ້ກໍານົດກ່ຽວກັບການປ້ອງກັນ, ຕ້ານ IUU, ກົດໝາຍວ່າດ້ວຍສິນທະເລ, ກົດໝາຍຕໍາຫຼວດທະເລຫວຽດນາມ; ມອບຂອງຂວັນ 96 ພູດ (ແຕ່ລະພູດມີມູນຄ່າ 1 ລ້ານດົ່ງ) ໃຫ້ແກ່ບັນດາຄອບຄົວຊາວປະມົງທີ່ປະສົບກັບຄວາມຫຍຸ້ງຍາກ; ມອບທຸງຊາດນັບຮ້ອຍຜືນ ແລະເອກະສານໂຄສະນາໃຫ້ແກ່ເຈົ້າຂອງກໍາປັ່ນຫາປາ ແລະຊາວປະມົງ.
|
|
ແຈກໃບປິວໂຄສະນາ, ມອບຂອງຂວັນ ແລະທຸງຊາດ ໃຫ້ແກ່ເຈົ້າຂອງກໍາປັ່ນຫາປາ ຢູ່ຕາແສງໂຝກວາງ, ເທດສະບານເມືອງ ດຶກໂຝ, ແຂວງ ກວາງຫງາຍ. ພາບ: ນາມຈຸງ |
ໃນວັນດຽວກັນ, ກອງເຮືອ 21 (ຕໍາຫຼວດທະເລ ເຂດ 2) ໄດ້ສົມທົບກັບຄະນະຂົນຂວາຍປະຊາຊົນຄະນະພັກນະຄອນ ໂຮ້ຍອານ (ແຂວງກວາງນາມ) ຈັດຕັ້ງລາຍການໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍຕໍາຫຼວດທະເລຫວຽດນາມ ສົມທົບກັບການໂຄສະນາກ່ຽວກັບການປ້ອງກັນ, ຕ້ານ IUU ໃຫ້ແກ່ພະນັກງານ, ສະມາຊິກພັກ, ຊາວປະມົງຢູ່ 4 ຕາແສງ ໃນນະຄອນໂຮ້ຍອານ. ທີ່ລາຍການ, ກອງເຮືອ 21 ໄດ້ມອບຂອງຂວັນ 100 ພູດ (ແຕ່ລະພູດມີມູນຄ່າ 500.000 ດົ່ງ) ແລະທຸງຊາດ 1.000 ຜືນໃຫ້ແກ່ຊາວປະມົງ.
ໂດຍ: ທູຈາງ