ຊຸກຍູ້ການຮ່ວມມືລະຫວ່າງທະຫານຊາຍແດນຫວຽດນາມ ແລະກົມຄຸ້ມຄອງການອົບພະຍົບແຫ່ງຊາດຈີນ
ກປ.ອອນໄລ - ໃນລະຫວ່າງວັນທີ 3-7 ທັນວາ, ຄະນະຜູ້ແທນ ກອງບັນຊາການທະຫານຊາຍແດນຫວຽດນາມ ນໍາໂດຍທ່ານພົນຕີ ເລດຶກຖ໊າຍ, ກໍາມະການສູນກາງພັກ, ຜູ້ບັນຊາການ ກອງບັນຊາການທະຫານຊາຍແດນ ໄດ້ໄປຢ້ຽມຢາມ ແລະເຮັດວຽກ ຢູ່ຈີນ.
ທີ່ການເຮັດວຽກກັບທ່ານ Xu Ganlu, ຮອງລັດຖະມົນຕີກະຊວງຕໍາຫຼວດ ທັງເປັນຫົວໜ້າກົມຄຸ້ມຄອງການອົບພະຍົບແຫ່ງຊາດຈີນ ໃຫ້ຮູ້ວ່າ, ອົງການປ້ອງກັນຊາຍແດນ ແລະຄຸ້ມຄອງການອົບພະຍົບຂອງສອງປະເທດໄດ້ຮັກສາ ແລະປະຕິບັດບັນດາເອກະສານດ້ານນິຕິກໍາກ່ຽວກັບຊາຍແດນ ກໍຄືຂໍ້ຕົກລົງຮ່ວມມືສອງຝ່າຍຢ່າງເຂັ້ມງວດ, ເປັນຕົ້ນແມ່ນຂໍ້ຕົກລົງຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງຕໍາຫຼວດຈີນ ວ່າດ້ວຍການສ້າງກົນໄກປະສານສົມທົບປະຕິບັດກົດໝາຍ 3 ຂັ້ນໃນການຄຸ້ມຄອງປ້ອງກັນຊາຍແດນ ຢູ່ເຂດດ່ານຊາຍແດນ ແລະການຄຸ້ມຄອງເສັ້ນຊາຍແດນທາງບົກ.
ທ່ານ Xu Ganlu ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເພີ່ມທະວີ, ປັບປຸງ ແລະເຮັດໃຫ້ກົນໄກຮ່ວມມືໃນການປະຕິບັດກົດໝາຍ ຢູ່ເສັ້ນຊາຍ ແດນເລິກເຊິ່ງກວ່າ, ນຳການພົວພັນຮ່ວມມືລະຫວ່າງສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ແທດຈິງ, ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຮັກສາ ສະພາບແວດລ້ອມທີ່ໝັ້ນຄົງຢູ່ເຂດຊາຍແດນ ແລະດ່ານຊາຍແດນ.
    |
 |
ທ່ານພົນຕີ ເລດຶກຖ໊າຍ ແລະທ່ານ Xu Ganlu ພ້ອມດ້ວຍບັນດາຜູ້ແທນ ຖ່າຍຮູບລວມ. ພາບ: ຢຸຍກຽນ |
ສ່ວນທ່ານພົນຕີ ເລດຶກຖ໊າຍ ໄດ້ເຫັນດີຕໍ່ຄຳເຫັນຂອງທ່ານ Xu Ganlu ກ່ຽວກັບການພົວພັນລະຫວ່າງສອງປະເທດເວົ້າລວມ ແລະ ລະຫວ່າງກໍາລັງປ້ອງກັນຊາຍແດນຫວຽດນາມ ແລະ ກໍາລັງຄຸ້ມຄອງການອົບພະຍົບຂອງຈີນ ເວົ້າສະເພາະ. ທ່ານພົນຕີ ເລດຶກຖ໊າຍ ສະເໜີໃຫ້ທ່ານ Xu Ganlu ສືບຕໍ່ເອົາໃຈໃສ່, ຊີ້ນຳ ແລະຊຸກຍູ້ການພົວພັນມິດຕະພາບ, ຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມສາມັກຄີ ແລະການຮ່ວມມືລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ກັບກົມຄຸ້ມຄອງການອົບພະຍົບແຫ່ງຊາດຈີນ ໃຫ້ນັບມື້ນັບພັດທະນາ, ແທດຈິງ ແລະມີປະສິດທິຜົນ, ເພື່ອເສັ້ນຊາຍແດນຫວຽດນາມ - ຈີນ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.
ກ່ອນໜ້ານັ້ນ, ທີ່ກອງປະຊຸມຕີລາຄາວຽກງານຮ່ວມມືໃນການປະຕິບັດກົດໝາຍຢູ່ເຂດຊາຍແດນ ແລະດ່ານຊາຍແດນໃນໄລຍະມໍ່ໆມານີ້, ສອງຝ່າຍໄດ້ຕີລາຄາວ່າ ວຽກງານສົມທົບກັນລະຫວ່າງສອງປະເທດໄດ້ຮັບການປັບບຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາ, ພັດທະນາ ແລະເພີ່ມທະວີບັນດາເນື້ອໃນການຮ່ວມມືທີ່ໄດ້ຜັນຂະຫຍາຍ ແລະພວມຜັນຂະຫຍາຍ, ຄົ້ນຄວ້າເປີດກວ້າງການຮ່ວມມືກ່ຽວກັບເນື້ອໃນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ໂດຍ: ທູຈາງ