ຕໍາຫຼວດທະເລຫວຽດນາມ - ຈີນ:
ລາດຕະເວນຮ່ວມຢູ່ເຂດທະເລໃກ້ເສັ້ນຂີດໝາຍຊາຍແດນອ່າວພາກເໜືອ
ກປ.ອອນໄລ - ຕອນເຊົ້າວັນທີ 29 ພະຈິກ, ຢູ່ເຂດທະເລໃກ້ເສັ້ນຂີດໝາຍຊາຍແດນອ່າວພາກເໜືອ, ຕໍາຫຼວດທະເລຫວຽດນາມ ແລະຈີນ ໄດ້ເຂົ້າຮ່ວມການລາດຕະເວນຮ່ວມຄັ້ງທີສອງໃນປີ 2023.
ເຂົ້າຮ່ວມການລາດຕະເວນຄັ້ງນີ້, ຝ່າຍຕໍາຫຼວດທະເລຫວຽດນາມ, ມີກອງກໍາປັ່ນຕໍາຫຼວດທະເລ 8004 ແລະຕໍາຫຼວດທະເລ 8002 ນຳໂດຍທ່ານພັນເອກພິເສດ ເລືອງກາວຄາຍ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການຕໍາຫຼວດທະເລເຂດ 1. ຝ່າຍຕໍາຫຼວດທະເລຈີນ ມີກອງກໍາປັ່ນເວນຍາມຝັ່ງທະເລ 4301 ແລະ 4203 ນໍາໂດຍທ່ານ Liu Tian Rong ຮອງຫົວໜ້າຫ້ອງ Nanhai.
    |
 |
ການນໍາສອງກຳລັງຂອງສອງປະເທດຢູ່ກຳປັ່ນ 4301. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີ, ທ່ານພົນເອກພິເສດ ເລືອງກາວຄາຍ ເນັ້ນໜັກວ່າ ການເຄື່ອນໄຫວລາດຕະເວນຮ່ວມສະແດງໃຫ້ເຫັນການຮ່ວມມືຢ່າງແໜ້ນແຟ້ນຂອງກຳລັງປະຕິບັດກົດໝາຍຢູ່ທະເລຂອງ 2 ປະເທດຢູ່ເຂດອ່າວພາກເໜືອ; ແມ່ນຈຸດພົ້ນເດັ່ນຂອງການຮ່ວມມືກັນປະຕິບັດກົດໝາຍຢູ່ທະເລໃນພາກພື້ນ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ຮ່ວມກັນກໍ່ສ້າງເຂດອ່າວພາກເໜືອໃຫ້ເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ, ເຄົາລົບກົດໝາຍ.
    |
 |
ຕໍາຫຼວດທະເລສອງປະເທດໄດ້ດຳເນີນການພົບປະເຈລະຈາຢູ່ກຳປັ່ນ 4301 ກ່ອນເຂົ້າຮ່ວມການລາດຕະເວນຮ່ວມ. ພາບ: qdnd.vn |
ໃນໄລຍະປະຕິບັດໜ້າທີ່, ກອງກຳລັງຕໍາຫຼວດທະເລຂອງ 2 ປະເທດຈະດຳເນີນຕາມເນື້ອໃນດັ່ງນີ້: ຈັດການພົບປະເຈລະຈາໂດຍກົງ; ດຳເນີນການກວດກາ ແລະຕິດຕາມກວດກາກຳປັ່ນ ແລະເຮືອຂອງຊາວປະມົງຂອງສອງປະເທດທີ່ຂຸດຄົ້ນສິນໃນນໍ້າ ແລະສິນທະເລຢູ່ເຂດທະເລທີ່ຢູ່ເຂດທະເລໃກ້ເສັ້ນຂີດໝາຍຊາຍແດນອ່າວພາກເໜືອ; ໂຄສະນາ ແລະສຶກສາອົບຮົມໃຫ້ຊາວປະມົງຂອງສອງປະເທດປະຕິບັດຕາມກົດໝາຍເມື່ອໄປຫາປາຢູ່ທະເລ.
    |
 |
ທ່ານພັນເອກພິເສດ ເລືອງກາວຄາຍ ໄດ້ໂທລະສັບໂອ້ລົມກັບທ່ານ Liu Tian Rong ຫົວໜ້າກຳລັງລາດຕະເວນຮ່ວມຈີນ. ພາບ: qdnd.vn |
ຕາມແຜນການແລ້ວ, ການລາດຕະເວນຮ່ວມຢູ່ເຂດທະເລທີ່ຢູ່ເຂດທະເລໃກ້ເສັ້ນຂີດໝາຍຊາຍແດນອ່າວພາກເໜືອແມ່ນຈະສິ້ນສຸດລົງໃນວັນທີ 1 ທັນວາ.
ໂດຍ: ໄຊນີດາ