ເດືອນພະຈິກ 2023, ເຖິງວ່າດິນຟ້າອາກາດຢູ່ເຂດພູດອຍອາເລື໊ອຍ, ແຂວງເທື່ອທຽນເຫວ້ ຈະມີຝົນຕົກໜັກກໍ່ຕາມ, ແຕ່ພະນັກງານຕາແສງກວ໋າງເຍິມ ຍັງມີພາພວກຂ້າພະເຈົ້າໄປຍັງບັນດາຄອບຄົວຊາວລາວ ທີ່ໄດ້ເຂົ້າສັນຊາດຫວຽດນາມ ແລ້ວ ແລະປະຈຸບັນພວມອາໄສຢູ່ໃນບໍລິເວນຕາແສງ.

ຢູ່ໃນເຮືອນທີ່ຫາກໍ່ປຸກສ້າງໃໝ່, ເອື້ອຍ ໂຮ່ທິເຮືອງ (ເກີດປີ 1985) ໃຫ້ຮູ້ວ່າ ກ່ອນນີ້ຄອບຄົວຂອງເອື້ອຍດຳລົງຊີວິດຢູ່ເຂດຕິດກັບຊາຍແດນ ຫວຽດນາມ-ລາວ. ປີ 2010, ເອື້ອຍເຮືອງ ອົບພະຍົບແບບເສລີຈາກລາວ ຂ້າມຊາຍແດນມາຫວຽດນາມ ແລະອາໄສຢູ່ໃນຕາແສງກວ໋າງເຍິມ ເພື່ອຄ້າຂາຍຫາເງິນລ້ຽງຊີບ. ຢູ່ທີ່ນີ້, ເອື້ອຍເຮືອງ ໄດ້ພົບກັບອ້າຍ ເລວັນເຕີ໊ຍ (ເກີດປີ 1982) ແມ່ນຊາວທ້ອງຖິ່ນ, ຫຼັງຈາກນັ້ນສອງຄົນໄດ້ກາຍເປັນຜົວເມຍ. ເຂົ້າໃຈໄດ້ຄວາມຫຍຸ້ງຍາກຂອງຜົວເມຍເອື້ອຍເຮືອງ, ປະຕິບັດ “ຂໍ້ຕົກລົງກ່ຽວກັບການແກ້ໄຂບັນຫາອົບພະຍົບແບບເສລີ ແລະແຕ່ງງານບໍ່ຖືກກົດໝາຍໃນເຂດຊາຍແດນ” ລະຫວ່າງລັດຖະບານສອງປະເທດຫວຽດນາມ ແລະລາວ, ຄະນະກໍາມະການປະຊາຊົນຕາແສງກວ໋າງເຍິມ ໄດ້ລາຍງານຕໍ່ທຸກຂັ້ນເພື່ອສ້າງເງື່ອນໄຂຊ່ວຍເຫຼືອໃຫ້ຄອບຄົວເອື້ອຍເຮືອງ. ຮອດປີ 2019, ເອື້ອຍເຮືອງ ໄດ້ເຂົ້າສັນຊາດຫວຽດນາມ ແລະອຳນາດການປົກຄອງທ້ອງຖິ່ນສ້າງເງື່ອນໄຂໜູນຊ່ວຍເງິນເພື່ອກໍ່ສ້າງເຮືອນຢູ່, ມອບງົວພັນເພື່ອພັດທະນາເສດຖະກິດ.

ເອື້ອຍ ໂຮ່ທິເຮືອງ ແບ່ງປັນຕື່ມອີກວ່າ: “ພາຍຫຼັງເຂົ້າສັນຊາດຫວຽດນາມ, ຊີວິດຂອງຂ້າພະເຈົ້າ ແລະຄອບຄົວໄດ້ກ້າວເຂົ້າສູ່ໜ້າໃໝ່ເມື່ອຄະນະ, ຂະແໜງການທຸກຂັ້ນເອົາໃຈໃສ່, ສ້າງເງື່ອນໄຂຊ່ວຍເຫຼືອຊີວິດການເປັນຢູ່ທຸກດ້ານ, ຂ້າພະເຈົ້າ ໄດ້ມານະພະຍາຍາມຮຽນພາສາຫວຽດ, ຊອກຮູ້ ແລະກໍາແໜ້ນຮີດຄອງປະເພນີຢູ່ທ້ອງຖິ່ນເພື່ອດຳລົງຊີວິດຢ່າງກົມກຽວ ແລະສາມັກຄີກັບທຸກຄົນໃນບ້ານ. ຂ້າພະເຈົ້າ ຍາມໃດກໍ່ຈົດຈໍາວ່າຕົນເອງຕ້ອງດຳລົງຊີວິດ ແລະເຮັດວຽກຕາມບັນດາຂໍ້ກຳນົດກົດໝາຍທີ່ລັດຫວຽດນາມ ໄດ້ກຳນົດໄວ້”.

leftcenterrightdel
ພົນລະເມືອງລາວ ຮັບຂໍ້ຕົກລົງຈາກປະທານປະເທດ ແຫ່ງ ສສ ຫວຽດນາມ ໃຫ້ເຂົ້າສັນຊາດຫວຽດນາມ. ພາບ: cand.com.vn

ຜ່ານການຊອກຮູ້ຂອງນັກຂ່າວໜັງສືພິມຕໍາຫຼວດປະຊາຊົນແລ້ວ, ຍ້ອນມີຫຼາຍເຫດຜົນທີ່ແຕກຕ່າງກັນໃນຊຸມປີຜ່ານມາ, ປະຊາຊົນຢູ່ແຂວງສາລະວັນ ແລະແຂວງເຊກອງ (ລາວ) ຫຼາຍຄົນ ໄດ້ອົບພະຍົບມາດໍາລົງຊີວິດຢູຕາແສງຊາຍແດນແຂວງເທື່ອທຽນເຫວ້. ເຂົາເຈົ້າບໍ່ມີສັນຊາດ, ບໍ່ມີບັດປະຈໍາຕົວ.

ປະຕິບັດ “ຂໍ້ຕົກລົງກ່ຽວກັບການແກ້ໄຂບັນຫາອົບພະຍົບແບບເສລີ ແລະແຕ່ງງານບໍ່ຖືກກົດໝາຍໃນເຂດຊາຍແດນ” ລະຫວ່າງລັດຖະບານສອງປະເທດຫວຽດນາມ ແລະລາວ, ໃນຫຼາຍປີຜ່ານມາ, ແຂວງເທື່ອທຽນເຫວ້ ໄດ້ສົມທົບກັບແຂວງສາລະວັນ ແລະແຂວງເຊກອງ, ລາວ ດໍາເນີນການສຳຫຼວດສອງຝ່າຍເພື່ອໃຫ້ມີຂໍ້ມູນເປັນເອກະພາບກ່ຽວກັບກໍລະນີອົບພະຍົບແບບເສລີ ແລະແຕ່ງງານບໍ່ຖືກກົດໝາຍຈາກບັນດາແຂວງຂອງລາວທີ່ມາອາໄສຢູ່ເມືອງອາເລື໊ອຍ. ຈາກນັ້ນມີມາດຕະການໜູນຊ່ວຍ, ຊ່ວຍເຫຼືອເຂົາເຈົ້າເຂົ້າສັນຊາດຫວຽດນາມ.

ທ່ານ ຫງວຽນແມັ້ງຮຸ່ງ ປະທານຄະນະກຳມະການປະຊາຊົນເມືອງອາເລື໊ອຍ ໃຫ້ຮູ້ວ່າ: ກ່ອນນີ້, ເມື່ອບໍ່ທັບເຂົ້າສັນຊາດຫວຽດນາມ, ຊາວລາວ ຢູ່ເມືອງອາເລື໊ອຍ ເວົ້າສະເພາະ ແລະຊາວລາວ ທີ່ອົບພະຍົບມາດຳລົງຊີວິດຢ່າງເສລີຢູ່ລຽບຕາມຊາຍແດນຫວຽດນາມ ແມ່ນດ້ອຍໂອກາດ. ພາຍຫຼັງໄດ້ເຂົ້າສັນຊາດ, ເຂົາເຈົ້າ ມີສິດ ແລະພັນທະຄືກັນກັບພົນລະເມືອງຫວຽດນາມ, ທັງໄດ້ຊົມໃຊ້ລະບອບ, ນະໂຍບາຍບຸລິມະສິດໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວໃກ້ທຸກຍາກ, ຊົນເຜົ່າສ່ວນໜ້ອຍຢູ່ເຂດປະສົບຄວາມຫຍຸ້ງຍາກ, ເຂດຊາຍແດນ.

ທ່ານ ຫງວຽນວັນຮືງ ຫົວໜ້າພະແນກຍຸຕິທຳແຂວງເທື່ອທຽນເຫວ້ ຢັ້ງຢືນວ່າ ການປະຕິບັດ “ຂໍ້ຕົກລົງກ່ຽວກັບການແກ້ໄຂບັນຫາອົບພະຍົບແບບເສລີ ແລະແຕ່ງງານບໍ່ຖືກກົດໝາຍໃນເຂດຊາຍແດນ” ລະຫວ່າງລັດຖະບານສອງປະເທດຫວຽດນາມ ແລະລາວ ໄດ້ຄວບຄຸມໂດຍພື້ນຖານຢູ່ເມືອງອາເລື໊ອຍ. ຜ່ານນັ້ນຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ ແລະຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນລະຫວ່າງແຂວງເທື່ອທຽນເຫວ້ ກັບສອງແຂວງສາລະວັນ ແລະເຊກອງ.

ໂດຍ: ເຈິ່ນຮວ່ຽນ