ກຳປັ່ນຕໍາຫຼວດທະເລ 8002 ເຂົ້າຮ່ວມການລາດຕະເວນປະສົມ ແລະຢ້ຽມຢາມ, ພົບປະແລກປ່ຽນຢູ່ ຈີນ
ກປ.ອອນໄລ - ຕອນເຊົ້າວັນທີ 26 ພະຈິກ, ກຳປັ່ນຕໍາຫຼວດທະເລ 8002 ພ້ອມກັບຄະນະປະຕິບັດງານນໍາໂດຍທ່ານພັນເອກພິເສດ ຢວ໊ານຫງອກຈ໊ຽດ, ຮອງຜູ້ບັນຊາການກົດໝາຍ ຕໍາຫຼວດທະເລເຂດ 2 (ກອງບັນຊາການຕໍາຫຼວດທະເລຫວຽດນາມ) ໄດ້ອອກຈາກທ່າກຳປັ່ນ ກີ່ຮ່າ (ແຂວງກວ໋າງນາມ) ເດີນທາງໄປປະຕິບັດໜ້າທີ່ລາດຕະເວນປະສົມຢູ່ເຂດທະເລໃກ້ກັບເສັ້ນຂີດຂັ້ນຊາຍແດນອ່າວພາກເໜືອ ແລະຢ້ຽມຢາມ, ພົບປະແລກປ່ຽນກັບກໍາລັງຕໍາຫຼວດ ທະເລຈີນ.
ການລາດຕະເວນປະສົມຄັ້ງທີ 2 ໃນປີ 2023 ລະຫວ່າງຕໍາຫຼວດທະເລຫວຽດນາມ ແລະຕໍາຫຼວດທະເລຈີນ ໃນເຂດທະເລໃກ້ກັບເສັ້ນຂີດຂັ້ນຊາຍແດນອ່າວພາກເໜືອ ໄດ້ດຳເນີນແຕ່ວັນທີ 27 ພະຈິກຫາວັນທີ 2 ທັນວາ.
    |
 |
ພິທີສົ່ງກຳປັ່ນຕໍາຫຼວດທະເລ 8002 ແລະຄະນະປະຕິບັດງານອອກເດີນທາງໄປປະຕິບັດໜ້າທີ່. ພາບ: qdnd.vn |
    |
 |
ກອງບັນຊາການຕໍາຫຼວດທະເລເຂດ 2 ມອບຂອງຂວັນລະດົມກໍາລັງໃຈພະນັກງານ, ນັກຮົບກຳປັ່ນຕໍາຫຼວດທະເລ 8002 ແລະ ຄະນະປະຕິບັດງານ. ພາບ: qdnd.vn |
ຂອບເຂດການລາດຕະເວນແກ່ຍາວກວ່າ 13 ຈຸດ ດ້ວຍໄລຍະທາງ 255.5 ໄມທະເລ, ຈາກທາງທິດຕາເວັນອອກສ່ຽງໃຕ້ຂອງເກາະ ເຈິ່ນ 14 ໄມທະເລ ຈົນໄປຮອດທາງທິດຕາເວັນອອກສ່ຽງເໜືອຂອງເກາະ ໂກນກໍ໋ 48 ໄມທະເລ. ຕໍາຫຼວດທະເລຫວຽດນາມ ໄດ້ນຳໃຊ້ກຳປັ່ນທະບຽນເລກທີ 8004 ແລະ 8002 ລາດຕະເວນ, ກວດກາເຂດຕາເວັນຕົກຂອງເສັ້ນຂີດຂັ້ນຊາຍແດນອ່າວ ພາກເໜືອ. ໃນຂະນະນັ້ນ, ຝ່າຍຕໍາຫຼວດທະເລຈີນໄດ້ນຳໃຊ້ກຳປັ່ນເວນຍາມຕາຝັ່ງ 2 ລຳ ລາດຕະເວນ, ກວດກາຢູ່ເຂດຕາເວັນອອກຂອງເສັ້ນຂີດຂັ້ນຊາຍແດນອ່າວພາກເໜືອ.
    |
 |
ກຳປັ່ນຕໍາຫຼວດທະເລ 8002 ແລະຄະນະປະຕິບັດງານອອກເດີນທາງໄປປະຕິບັດໜ້າທີ່. ພາບ: qdnd.vn |
ການລາດຕະເວນແມ່ນເພື່ອແນໃສ່ປະກອບສ່ວນປະຕິບັດກົດໝາຍສາກົນໃຫ້ເປັນ ຢ່າງດີ; ໂຄສະນາ, ສຶກສາອົບຮົມ, ເຜີຍແຜ່ກົດໝາຍໃຫ້ແກ່ຊາວປະມົງ ເມື່ອໄປຫາປາຢູ່ທະເລ; ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດອ່າວພາກເໜືອ. ຄຽງຂ້າງນັ້ນ, ການລາດຕະເວນຍັງປະກອບສ່ວນສືບຕໍ່ຮັກສາ ແລະເສີມຂະຫຍາຍນ້ຳໃຈສາມັກຄີ, ມິດຕະພາບ, ປັບປຸງຄວາມໄວ້ເນື້ອເຊື່ອໃຈກໍ່ຄືສ້າງບັນຍາກາດທີ່ສະໜິດສະໜົມ, ເພີ່ມທະວີນໍ້າໃຈມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງກຳລັງຕໍາຫຼວດທະເລຂອງສອງປະເທດ ຫວຽດນາມ ແລະຈີນ.
ໂດຍ: ທະນາພອນ