ລາດຕະເວນເສັ້ນຊາຍແດນ ຫວຽດນາມ - ລາວ
ກປ.ອອນໄລ - ໃນວັນທີ 21 ແລະວັນທີ 22 ພະຈິກ, ຄ້າຍທະຫານຊາຍແດນໂທງທູ້, ທະຫານຊາຍແດນແຂວງເງະອານ ສົມທົມກັບທະຫານລາດ ຕາແສງໂທງທູ້, ເມືອງເກ໊ວຟອງ ຈັດຕັ້ງການລາດຕະເວນເສັ້ນຊາຍແດນ ຫວຽດນາມ - ລາວ.
ນີ້ແມ່ນການເຄື່ອນໄຫວສໍາຄັນເພື່ອແນໃສ່ຄົ້ນພົບບັນດາກໍລະນີລະເມີດກົດລະບຽບຊາຍແດນ, ແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢູ່ເສັ້ນຊາຍແດນ, ປົກປັກຮັກສາຄວາມສະຫງົບ, ຄວາມປອດໄພຢູ່ເຂດຊາຍແດນຢ່າງທັນການ. ພ້ອມທັງຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢູ່ເຂດຊາຍແດນ ຫວຽດນາມ - ລາວ ທີ່ກົມກອງຮັບຜິດຊອບ.
ພັນໂທ ກາວວັນເກິ່ມ, ພະນັກງານການເມືອງຄ້າຍທະຫານຊາຍແດນໂທງທູ້, ຫົວໜ້າໜ່ວຍລາດຕະເວນ ໃຫ້ຮູ້ວ່າ ກໍາລັງລາດຕະເວນ ໄດ້ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບສະພາບອາກາດ, ນໍ້າໝອກປຽກຊຸ່ມ ແລະພູມີປະເທດທຸລະກັນດານເພື່ອກວດກາລະອຽດສັນຍານເສັ້ນຊາຍແດນ, ກວດກາສະພາບປອດໄພຂອງລະບົບຫຼັກໝາຍຊາຍແດນ ຫວຽດນາມ - ລາວ ຈາກຫຼັກໝາຍທີ 359 ເຖິງ 363 ທີ່ມີລວງຍາວ 6,813 ກິໂລແມັດ.
ໜ່ວຍລາດຕະເວນ ໄດ້ດໍາເນີນການກວດກາສະພາບການບັນດາຫຼັກໝາຍ, ຖາງຫຍ້າ ແລະເຮັດອະນາໄມ, ທໍາຄວາມສະອາດຢູ່ບໍລິເວນອ້ອມຫຼັກໝາຍຊາຍແດນ... ຜົນການລາດຕະເວນເຫັນວ່າ, ຫຼັກໝາຍຊາຍແດນຍັງຮັກສາສະພາບເດີ່ມ, ປອດໄພ; ບໍ່ມີສັນຍານລະເມີດກົດໝາຍ, ລະເມີດກົດລະບຽບຊາຍແດນ, ການເຄື່ອນໄຫວແຊກຊຶມ, ຂ້າມຊາຍແດນຜິດກົດໝາຍ; ຮັບປະກັນຄວາມປອດໄພໃຫ້ຄົນ ແລະພາຫະນະອາວຸດ 100%.
ດັ່ງລຸ່ມນີ້ແມ່ນບາງຮູບພາບກ່ຽວກັບການລາດຕະເວນເສັ້ນຊາຍແດນ ຫວຽດນາມ - ລາວ:
    |
 |
ເພື່ອໄປເຖິງຫຼັກໝາຍຊາຍແດນ ຫວຽດນາມ-ລາວ, ໜ່ວຍລາດຕະເວນຄ້າຍທະຫານຊາຍແດນໂທງທູ້ ແລະທະຫານລາດທ້ອງຖິ່ນ ຕ້ອງຜ່ານຜ່າພູມີປະເທດທຸລະກັນດານ. ພາບ: qdnd.vn |
    |
 |
ພັນໂທ ກາວວັນເກິ່ມ ພະນັກງານການເມືອງຄ້າຍທະຫານຊາຍແດນໂທງທູ້, ທະຫານຊາຍແດນແຂວງເງະອານ, ຫົວໜ້າໜ່ວຍລາດຕະເວນ ກວດກາຫຼັກໝາຍຊາຍແດນ ຫວຽດນາມ-ລາວ ເລກທີ 362. ພາບ: qdnd.vn |
    |
 |
ບັນດາສະມາຊິກໜ່ວຍລາດຕະເວນ ເຮັດອະນາໄມທຳຄວາມສະອາດຫຼັກໝາຍຊາຍແດນ, ເຂດອ້ອມຫຼັກໝາຍຊາຍແດນ ຫວຽດນາມ-ລາວ ເລກທີ 362. ພາບ: qdnd.vn |
    |
 |
ໜ່ວຍລາດຕະເວນ ຄ້າຍທະຫານຊາຍແດນໂທງທູ້ ພ້ອມດ້ວຍບັນດາກໍາລັງທະຫານລາດຕາແສງ ໂທງທູ້, ເມືອງເກ໊ວຟອງ ດຳເນີນພິທີເຄົາລົບຫຼັກໝາຍຊາຍແດນ ຫວຽດນາມ-ລາວ ເລກທີ 359. ພາບ: qdnd.vn |
    |
 |
ໜ່ວຍລາດຕະເວນ ຄ້າຍທະຫານຊາຍແດນໂທງທູ້ ຢູ່ຫຼັກໝາຍຊາຍແດນ ຫວຽດນາມ-ລາວ ເລກທີ 360. ພາບ: qdnd.vn |
ໂດຍ: ໄຊຊະນະ