ຫວຽດນາມ-ລາວ ເພີ່ມທະວີການສົມທົບກັນຄຸ້ມຄອງ ແລະປົກປັກຮັກສາຊາຍແດນ
ກປ.ອອນໄລ - ຕອນເຊົ້າວັນທີ 22 ພະຈິກ, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນ (ທະຫານຊາຍແດນ) ສອງແຂວງເຊີນລາ ແລະດ້ຽນບຽນ ໄດ້ດຳເນີນການພົບປະເຈລະຈາ ປະຈໍາປີ 2023 ກັບຄະນະຜູ້ແທນກອງບັນຊາການທະຫານສອງແຂວງຜົ້ງສາລີ ແລະຫຼວງພະບາງ, ປະເທດລາວ.
    |
 |
ສອງຄະນະຜູ້ແທນລົງນາມໃນບົດບັນທຶກຊ່ວຍຈຳ. ພາບ: qdnd.vn |
ໃນປີຜ່ານມາ, ສອງຝ່າຍໄດ້ຈັດຕັ້ງການຊາບຊຶມ, ຜັນຂະຫຍາຍການປະຕິບັດເນື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ກັບກົມທະຫານຊາຍແດນ ແລະກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຢ່າງເຂັ້ມງວດ, ມີປະສິດທິຜົນ; ສົມທົບກັນໂຄສະນາໃຫ້ປະຊາຊົນສອງປະເທດປະຕິບັດອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດຫວຽດນາມ-ລາວ ແລະສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນຢູ່ຫວຽດນາມ-ລາວ ຢ່າງເຂັ້ມງວດ. ພ້ອມທັງ, ສົມທົບກັນຄຸ້ມຄອງ ແລະປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຊາຍແດນແຫ່ງຊາດຢ່າງໝັ້ນຄົງ; ແລກປ່ຽນສະພາບການທີ່ກ່ຽວຂ້ອງເປັນປະຈຳ, ຈັດຕັ້ງການລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນ. ພິເສດ, ທະຫານຊາຍແດນສອງແຂວງເຊີນລາ ແລະດ້ຽນບຽນ ເປັນປະທານ, ສົມທົບກັນ, ປຶກສາຫາລືໜູນຊ່ວຍກໍາລັງທີ່ກ່ຽວຂ້ອງລາວ ຄົ້ນພົບ ແລະຈັບຕົວໄດ້ 118 ຄະດີ/137 ເປົ້າໝາຍ, ຮິບເອົາເຮໂຣອີນ 55 ແທ່ງ, ຢາເສບຕິດ 182.708 ເມັດ ພ້ອມດ້ວຍຂອງກາງອື່ນໆ.
ໂດຍ: ເຈິ່ນຮວ່ຽນ