ສໍາລັບເສດຖະກິດດ່ານຊາຍແດນ, ຜູ້ຕາງໜ້າພະແນກອຸດສາຫະກຳ ແລະການຄ້າແຂວງດ້ຽນບຽນ ໃຫ້ຮູ້ວ່າ ດ້ວຍເງື່ອນໄຂສະດວກໃຫ້ແກ່ການພັດທະນາການຄ້າຊາຍແດນ, ການເຄື່ອນໄຫວສົ່ງອອກ, ນໍາເຂົ້າສິນຄ້າຂອງແຂວງດ້ຽນບຽນ ຕົ້ນຕໍແມ່ນໄດ້ປະຕິບັດຜ່ານດ່ານສາກົນໄຕຈາງ (ແຂວງດ້ຽນບຽນ) - ປາງຮົກ (ແຂວງຜົ້ງສາລີ, ລາວ) ແລະດ່ານຊາຍແດນ ຫວຍປ໊ວກ (ແຂວງດ້ຽນບຽນ) - ນາຊອນ (ແຂວງຫຼວງພະບາງ, ລາວ).
ໃນໄລຍະຜ່ານມາ, ການສົ່ງອອກ, ນໍາເຂົ້າຂອງທ້ອງຖິ່ນມີຄວາມຟົດຟື້ນນັບແຕ່ເດືອນຕົ້ນຂອງໄຕມາດທີ I ປີ 2023. ຕະຫຼາດການຊື້, ຂາຍ, ແລກປ່ຽນສິນຄ້າ, ການບໍລິການກັບລາວ ໄດ້ເຕີບໂຕຢ່າງວ່ອງໄວ ແລະໝັ້ນຄົງ, ເຖິງຢ່າງໃດກໍ່ຕາມຮອດເດືອນມິຖຸນາ,ເດືອນກໍລະກົດກໍ່ເລີ່ມມີສັນຍານຫຼຸດລົງຍ້ອນຝົນຕົກນໍ້າຖ້ວມ, ເສັ້ນທາງຜ່ານດ່ານສາກົນໄຕຈາງ ມີດິນເຊາະເຈື່ອນ, ເກີດຄວາມແອອັດ, ກີດຂວາງການເດີນທາງໄປມາຂອງພາຫະນະ.
ພ້ອມກັນນັ້ນ, ຝ່າຍ ຈີນ ກໍ່ເລີ່ມປະຕິບັດນະໂຍບາຍເປີດປະຕູໃຫ້ບາງດ່ານຊາຍແດນຂອງຫວຽດນາມ, ຄື: ຮ່າຢາງ, ລາຍເຈົາ, ລາວກາຍ, ສະນັ້ນບັນດາວິສາຫະກິດທີ່ເຮັດທຸລະກິດສົ່ງອອກ, ນໍາເຂົ້າມີບຸລິມະສິດເລືອກຜ່ານດ່ານຊາຍແດນທີ່ສະດວກກວ່າເພື່ອຫຼຸດຜ່ອນເວລາ ແລະຄ່າໃຊ້ຈ່າຍ. ໃນຊຸມເດືອນທ້າຍປີ, ຕະຫຼາດມີສະຖຽນລະພາບກວ່າ, ວົງເງິນສົ່ງອອກ, ນໍາເຂົ້າສິນຄ້າ, ການບໍລິການ ແລະການແລກປ່ຽນລະຫວ່າງປະຊາຊົນຢູ່ເຂດຊາຍແດນນັບມື້ນັບກັບມາເພີ່ມຂຶ້ນຄືເກົ່າ.
    |
 |
ດ່ານສາກົນໄຕຈາງ (ແຂວງດ້ຽນບຽນ) - ປາງຮົກ (ແຂວງຜົ້ງສາລີ). ພາບ: tapchicongthuong.com.vn |
ປະເພດສິນຄ້າສົ່ງອອກໄປຍັງບັນດາແຂວງພາກເໜືອຂອງລາວ ຕົ້ນຕໍແມ່ນວັດສະດຸກໍ່ສ້າງ, ສິນຄ້າຜະລິດຕະພັນກະເສດ, ສິນຄ້າຫຼາຍຊະນິດ; ປະເພດສິນຄ້ານໍາເຂົ້າຈາກແຂວງພາກເໜືອຂອງລາວ ຕົ້ນຕໍແມ່ນໄມ້, ສິນຄ້າຜະລິດຕະພັນກະເສດ, ເຄື່ອງຈັກອຸປະກອນ...
ເພື່ອດຶງດູດການສົ່ງອອກ, ນໍາເຂົ້າສິນຄ້າຢູ່ດ່ານຊາຍແດນ, ໃນຊຸມປີຜ່ານມາ, ແຂວງດ້ຽນບຽນ ໄດ້ເອົາໃຈໃສ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງຢູ່ດ່ານສາກົນໄຕຈາງ - ປາງຮົກ, ດ່ານຫ້ວຍປ໊ວກ - ນາຊອນ... ແນໃສ່ດຶງດູດປະລິມານສິນຄ້າສົ່ງອອກ, ນໍາເຂົ້າ ແລະຄົນເຂົ້າ-ອອກເມືອງຜ່ານດ່ານຊາຍແດນ. ພ້ອມທັງສ້າງລະບົບຕະຫຼາດຊາຍແດນ, ຕະຫຼາດດ່ານຊາຍແດນຕາມແຜນຜັງທີ່ກຳນົດໄວ້. ຍ້ອນສິ່ງດັ່ງກ່າວນັ້ນ, ການເຄື່ອນໄຫວການຄ້າ, ການບໍລິການພັດທະນາຈຶ່ງດຶງດູດເອົາຫຼາຍພາກສ່ວນເສດຖະກິດເຂົ້າຮ່ວມການດຳເນີນທຸລະກິດຢູ່ຕະຫຼາດ, ຕອບສະໜອງຄວາມຕ້ອງການຜະລິດ ແລະບໍລິໂພກຂອງປະຊາຊົນຢູ່ທີ່ນີ້ນັບມື້ນັບດີຂຶ້ນ.
ຮູບແບບການຂົນສົ່ງສິນຄ້າ, ການຂົນສົ່ງຜູ້ໂດຍສານໄດ້ພັດທະນາຫຼາຍຂຶ້ນ. ປະຈຸບັນ, ແຂວງດ້ຽນບຽນ ໄດ້ເປີດການຂົນສົ່ງໂດຍສານສາກົນໄປ 5 ແຂວງພາກເໜືອຂອງລາວ (ຫຼວງພະບາງ, ບໍ່ແກ້ວ, ຫຼວງນ້ຳທາ, ອຸດົມໄຊ, ຜົ້ງສາລີ), ສ້າງເງື່ອນໄຂໃຫ້ແກ່ການແລກປ່ຽນການຄ້າ, ພັດທະນາການຄ້າ, ການທ່ອງທ່ຽວ.. ນີ້ແມ່ນພື້ນຖານ ເພື່ອພັດທະນາອຸດສາຫະກຳປຸງແຕ່ງ, ການຄ້າ, ການທ່ອງທ່ຽວ.
    |
 |
ພະແນກອຸດສາຫະກຳ ແລະການຄ້າແຂວງດ້ຽນບຽນ ກັບພະແນກອຸດສາຫະກຳ ແລະການຄ້າ 6 ແຂວງພາກເໜືອຂອງລາວ ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການເພີ່ມທະວີການຮ່ວມມືດ້ານການຄ້າຊາຍແດນ. ພາບ: tapchicongthuong.com.vn |
ໃນໄລຍະ 2021-2025, ແຂວງດ້ຽນບຽນ ວາງເປົ້າໝາຍຍູ້ແຮງການປ່ຽນແປງໃໝ່ຮອບດ້ານ, ສ້າງບາດກ້າວບຸກທະລຸໃນການພັດທະນາເສດຖະກິດ-ສັງຄົມ, ຕັດສິນໃຈນໍາດ້ຽນບຽນ ໃຫ້ເປັນແຂວງທີ່ມີການພັດທະນາຢ່າງວ່ອງໄວ ແລະຍືນຍົງ, ໃນນັ້ນເອົາໃຈໃສ່ເປັນພິເສດຕໍ່ການເຄື່ອນໄຫວສົ່ງອອກ, ນໍາເຂົ້າ. ປະຈຸບັນ, ພະແນກອຸດສາຫະກຳ ແລະການຄ້າແຂວງດ້ຽນບຽນ ພວມສຸມໃສ່ປະຕິບັດບາງມາດຕະການຢ່າງລະອຽດແນໃສ່ຍູ້ແຮງການເຄື່ອນໄຫວສົ່ງອອກ, ນໍາເຂົ້າໃນໄລຍະຈະມາເຖິງ.
ທ່ານ ຫວູຮົ່ງເຊີນ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງດ້ຽນບຽນ ໃຫ້ຮູ້ວ່າ: “ແຂວງດ້ຽນບຽນ ກຳນົດທິດພັດທະນາຕະຫຼາດສົ່ງອອກ, ນໍາເຂົ້າ: ຮັກສາ ແລະເປີດກວ້າງຕະຫຼາດສົ່ງອອກ, ນໍາເຂົ້າກັບ ລາວ, ຈີນ ແລະໄທ; ກ້າວໄປເຖິງການເປີດກວ້າງຕະຫຼາດໄປຍັງບັນດາປະເທດຢູ່ພາກພື້ນ ແລະໃນໂລກ. ພ້ອມທັງໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ກ່ອນອື່ນໝົດທາງແຂວງ ຕ້ອງສຸມໃສ່ຍູ້ແຮງການຜະລິດ, ການສົ່ງອອກ, ນໍາເຂົ້າ, ໃຫ້ບຸລິມະສິດແກ່ສິນຄ້າທີ່ສອງຝ່າຍມີທ່າໄດ້ປຽບເພື່ອພັດທະນາການເຄື່ອນໄຫວສົ່ງອອກ, ນໍາເຂົ້າ ແລະຄ້າຂາຍຂ້າມຊາຍແດນ”.
ພະແນກອຸດສາຫະກຳ ແລະການຄ້າແຂວງດ້ຽນບຽນ ຈະເປັນເສນາທິການສະເໜີປັບປຸງກົນໄກ, ນະໂຍບາຍຄຸ້ມຄອງ, ພັດທະນາການຄ້າຊາຍແດນທຸກຂັ້ນ; ປະຕິຮູບລະບຽບການບໍລິຫານສ້າງຄວາມສະດວກດ້ານພາສີ, ເພີ່ມທະວີການສົມທົບໃນການຄຸ້ມຄອງການຄ້າຊາຍແດນ; ປະຕິບັດ, ເຜີຍແຜ່, ຜັນຂະຫຍາຍນະໂຍບາຍທີ່ກ່ຽວຂ້ອງເຖິງການພັດທະນາການຄ້າຊາຍແດນ. ພ້ອມທັງສືບຕໍ່ຜັນຂະຫຍາຍເນື້ອໃນບົດບັນທຶກຊ່ວຍຈໍາກັບນະຄອນຜູເອີ, ແຂວງຢຸນນານ, ຈີນ; ບົດບັນທຶກການຮ່ວມມືກັບພະແນກອຸດສາຫະກຳ ແລະການຄ້າບັນດາແຂວງພາກເໜືອຂອງລາວ ແນໃສ່ຍູ້ແຮງການເຄື່ອນໄຫວສະໜອງ, ແລກປ່ຽນຂໍ້ມູນຂ່າວສານລະຫວ່າງສອງຝ່າຍ; ຈັດຕັ້ງການພົບປະລະຫວ່າງວິສາຫະກິດ, ສະມາຄົມວິສາຫະກິດ, ອົງການຄຸ້ມຄອງລັດລະຫວ່າງສອງຝ່າຍ; ກ້າວໄປເຖິງການເປີດກວ້າງການພົວພັນຮ່ວມມືກັບທ້ອງຖິ່ນບັນດາປະເທດອື່ນຢູ່ພາກພື້ນ ແລະໃນໂລກ.
ສະຖິຕິຂອງພະແນກອຸດສາຫະກຳ ແລະການຄ້າແຂວງດ້ຽນບຽນ, ຍອດວົງເງິນສົ່ງອອກ, ນໍາເຂົ້າ ແລະການເຄື່ອນໄຫວການຄ້າຊາຍແດນຂອງແຂວງດ້ຽນບຽນ ໃນ 9 ເດືອນປີ 2023 ຄາດຄະເນວ່າຈະບັນລຸ 58,02 ລ້ານໂດລາສະຫະລັດ, ເທົ່າກັບ 71,37% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022; ບັນລຸ 48,35% ທຽບໃສ່ແຜນການປີ; ໃນນັ້ນ, ຄາດຄະເນການສົ່ງອອກບັນລຸ 42,85 ລ້ານໂດລາສະຫະລັດ, ເທົ່າກັບ 73,55% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ບັນລຸ 53,56% ເມື່ອທຽບໃສ່ແຜນການປີ.
ໂດຍ: ເຈິ່ນຮວ່ຽນ