ກວດຜ່ານລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1
ກປ.ອອນໄລ - ວັນທີ 20 ພະຈິກ, ຄະນະປະຕິບັດງານກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ໄດ້ລົງກວດກາວຽກງານກະກຽມ, ກວດຜ່ານກິດຈະກຳເຄື່ອນໄຫວຕ່າງໆ ໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1. ຄາດວ່າ ຈະຈັດຂຶ້ນໃນວັນທີ 12 ທັນວາ 2023 ຢູ່ແຂວງກອນຕູມ.
    |
 |
ຫົວໜ້າຄະນະປະຕິບັດງານກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ລົງກວດກາການເຄື່ອນໄຫວ ຢູ່ເຂດຫຼັກໝາຍສາມແຍກຊາຍແດນ. ພາບ: qdnd.vn |
ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ. ຄະນະຜູ້ແທນກະຊວງປ້ອງກັນປະເທດລາວ ນໍາໂດຍທ່ານພົນຕີ ວົງຄຳ ພົມມະກອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະຄະນະຜູ້ແທນກະຊວງປ້ອງກັນປະເທດກຳປູເຈຍ ນໍາໂດຍທ່ານພົນເອກ Eth Sarath, ຮອງຜູ້ບັນຊາການ ທັງເປັນຫົວໜ້າເສນາທິການກອງທະຫານປະສົມ.
    |
 |
ແຕ່ລະເນື້ອໃນຂອງລາຍການພົບປະແລກປ່ຽນ ໄດ້ຮັບການກວດກາຢ່າງລະອຽດ. ພາບ: qdnd.vn |
    |
 |
ກໍາລັງລາດຕະເວນຮ່ວມຂອງສາມປະເທດ ປະຕິບັດບັນດາເນື້ອໃນທີ່ການກວດກາ, ກວດຜ່ານ. ພາບ: qdnd.vn |
ຄະນະຜູ້ແທນກະຊວງປ້ອງກັນປະເທດ 3 ປະເທດ ໄດ້ລົງກວດກາວຽກງານກະກຽມ ແລະກວດຜ່ານບັນດາການເຄື່ອນໄຫວໃນຂອບເຂດລາຍການພົບປະແລກປ່ຽນຢູ່ສະຖານທີ່ບາງແຫ່ງຄື: ເຂດຫຼັກໝາຍສາມແຍກຊາຍແດນ; ການຝຶປຊ້ອມຮ່ວມດ້ານການແພດທະຫານຢູ່ເຂດສາມແຍກ ບ່ອນເກັບຄ່າ ຢູ່ດ່ານສາກົນເບີ່ອີ; ພິທີເປີດສະຫຼອງຫໍວັດທະນະທຳບ້ານຕ່າກາ (ກິດຈະກຳມິດຕະພາບຢູ່ຫວຽດນາມ); ຢ້ຽມຢາມໂຮງຮຽນປະຖົມສຶກສາ ເບ໊ວັນດ່ານ (ສະຖານທີ່ຢ້ຽມຢາມ ແລະມອບຂອງຂວັນທ້ອງຖິ່ນ); ສະໜາມບິນ ເຟື້ອງຮວ່າງ.
    |
 |
ກວດກາ, ກວດຜ່ານການເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມສຶກສາ ເບ໊ວັນດ່ານ. ພາບ: qdnd.vn |
    |
 |
ກວດກາ, ກວດຜ່ານການຝຶກຊ້ອມດ້ານການແພດທະຫານລະຫວ່າງສາມປະເທດ. ພາບ: qdnd.vn |
ພາຍຫຼັງສຳເລັດການລົງກວດກາສະຖານທີ່ຈະດໍາເນີນເຫດການຕ່າງໆ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ໄດ້ເປັນປະທານຮ່ວມກອງປະຊຸມເຫັນດີຕໍ່ຜົນການກວດກາ, ກວດຜ່ານ ແລະບັນດາເນື້ອໃນກ່ຽວຂ້ອງເຖິງການຈັດຕັ້ງລາຍການພົບປະແລກປ່ຽນ ກັບຜູ້ຕາງໜ້າກະຊວງປ້ອງກັນປະເທດລາວ ແລະ ກຳປູເຈຍ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າ, ນີ້ແມ່ນເຫດການທີ່ມີຄວາມໝາຍດ້ານການເມືອງທີ່ສຳຄັນ, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງກອງທັບ ກໍ່ຄື ກຳລັງປ້ອງກັນຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນຢູ່ເຂດຊາຍແດນ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ.
    |
 |
ການຝຶກຊ້ອມປະຖົມພະຍາບານ ຜູ້ຖືກເຄາະຮ້າຍຈາກເຫດແຜ່ນດິນໄຫວ. ພາບ: qdnd.vn |
    |
 |
ກວດກາການເຄື່ອນໄຫວ ທີ່ຫໍວັດທະນະທໍາບ້ານຕ່າກາ. ພາບ: qdnd.vn |
    |
 |
ກວດກາສະໜາມບິນ ເຟື້ອງຮວ່າງ ເພື່ອຮັບໃຊ້ລາຍການພົບປະແລກປ່ຽນ. ພາບ: qdnd.vn |
ທີ່ກອງປະຊຸມ, ຜູ້ຕາງໜ້າກະຊວງປ້ອງກັນປະເທດກຳປູເຈຍ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ປະເທດເຈົ້າພາບຫວຽດນາມ ທີ່ໄດ້ກະກຽມລາຍການພົບປະແລກປ່ຽນຢ່າງຮອບຄອບຖີ່ຖ້ວນ ແລະ ຕັ້ງໜ້າໜູນຊ່ວຍຝ່າຍກຳປູເຈຍ ແລະ ລາວ ເຂົ້າຮ່ວມເຫດການທີ່ມີຄວາມໝາຍນີ້, ພ້ອມທັງເຊື່ອໝັ້ນວ່າ ລາຍການພົບປະແລກປ່ຽນດັ່ງກ່າວ ຈະໄດ້ຈັດຕັ້ງສໍາເລັດຜົນ. ສ່ວນທ່ານຫົວໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດລາວ ໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະຄວາມໝາຍຂອງລາຍການພົບປະແລກປ່ຽນລະຫວ່າງສາມປະເທດ. ຜ່ານວຽກງານກວດກາ, ກວດຜ່ານດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງກະຊວງປ້ອງກັນປະເທດຂອງ 3 ປະເທດ, ພິເສດແມ່ນບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດ ຫວຽດນາມ ທີ່ໄດ້ຕັ້ງໜ້າກະກຽມໃຫ້ແກ່ລາຍການພົບປະແລກປ່ຽນ.
ໂດຍ: ທູຈາງ