leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn

ບົນຈິດໃຈສາມັກຄີ, ມິດຕະພາບແບບພິເສດ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການ, ໝາກຜົນຂອງການສົມທົບກັນໃນວຽກງານຄຸ້ມຄອງດ່ານຊາຍແດນ; ການຄວບຄຸມຄົນເຂົ້າອອກເມືອງ; ການນໍາເຂົ້າ ແລະສົ່ງອອກ; ການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ; ວຽກງານໂຄສະນາ, ແຮກສ່ຽວ, ການພົບປະ, ແລກປ່ຽນ.

leftcenterrightdel
 ສອງຝ່າຍແລກປ່ຽນບົດບັນທຶກຊ່ວຍຈໍາການພົບປະເຈລະຈາ. ພາບ: qdnd.vn

ບົນພື້ນຖານເນື້ອໃນບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບາງເນື້ອໃນຈຸດສຸມການປະຕິບັດໃນໄລຍະຈະມາເຖິງ, ຄື: ສືບຕໍ່ສົມທົບກັນ, ຜັນຂະຫຍາຍບັນດາຂໍ້ກໍານົດຂອງເອກະສານນິຕິກໍາ 2 ສະບັບກ່ຽວກັບຊາຍແດນ, ດ່ານຊາຍແດນທາງບົກຫວຽດນາມ-ລາວ ເຊິ່ງລັດຖະບານສອງປະເທດໄດ້ລົງນາມຢ່າງເຂັ້ມງວດ; ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ; ສ້າງເງື່ອນໄຂສະດວກໃຫ້ການໄປມາຜ່ານດ່ານຊາຍແດນ, ແລກປ່ຽນສິນຄ້າ; ຄົ້ນພົບ ແລະຈັບຂັງຜູ້ລະເມີດກົດໝາຍໂດຍໄວ ແລະສົມທົບກັນແກ້ໄຂໃຫ້ຖືກຕ້ອງຕາມກົດໝາຍຂອງແຕ່ລະຝ່າຍ.

ຄຽງຂ້າງນັ້ນ, ສອງຝ່າຍສືບຕໍ່ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນ, ແຮກສ່ຽວຂອງບັນດາກົມກອງຮາກຖານ; ເອົາໃຈໃສ່ເປັນເສນາທິການ, ຊຸກຍູ້ອຳນາດການປົກຄອງທ້ອງຖິ່ນຈັດຕັ້ງການແຮກສ່ຽວບ້ານ, ຕາແສງສອງຟາກຊາຍແດນ; ເຮັດໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ພັດທະນາໃຫ້ສູງກວ່າອີກ.

ໂດຍ: ເຈິ່ນຮວ່ຽນ