ເຂົ້າຮ່ວມກອງປະຊຸມສຳມະນາມີຜູ້ແທນປະມານ 150 ຄົນເຊິ່ງແມ່ນນັກຮຽຮຮູ້ຢູ່ພາຍໃນປະເທດ ແລະສາກົນທີ່ຄົ້ນຄວ້າລົງເລິກກ່ຽວກັບກົດໝາຍຫວຽດນາມ, ກົດໝາຍສາກົນ; ອະດີດການນຳກະຊວງການຕ່າງປະເທດ; ຜູ້ຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນຊາຍແດນ ແລະແຄມທະເລ, ບັນດາອົງການຕາງໜ້າຕ່າງປະເທດ ປະຈໍາຫວຽດນາມ.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນໄຂກອງປະຊຸມສໍາມະນາ, ທ່ານ ຫງວຽນມິງຫວູ້ ຮອງລັດຖະມົນຕີຜູ້ປະຈໍາກະຊວງການຕ່າງປະເທດ ໄດ້ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ກ່ຽວກັບບົດບາດ ແລະຄວາມສຳຄັນຂອງກົດໝາຍສາກົນ - ພື້ນຖານສຳຄັນໃນການແກ້ໄຂບັນດາບັນຫາຊາຍແດນຜືນແຜ່ນດິນ. ເນື່ອງໃນໂອກາດນີ້, ທ່ານ ຫງວຽນມິງຫວູ້ ກໍ່ຕີລາຄາສູງບັນດາໝາກຜົນແຫ່ງການຮ່ວມມືລະຫວ່າງເຂດ Wallonie - Bruxelles ກັບກະຊວງການຕ່າງປະເທດເວົ້າລວມ ແລະຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດເວົ້າສະເພາະ.

ທ່ານ Pierre Du Ville, ຫົວໜ້າຄະນະຜູ້ແທນ Walloon-Bruxelles ປະຈຳ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນການຮ່ວມມືລະຫວ່າງເຂດ Walloon - Bruxelles ກັບຝ່າຍ ຫວຽດນາມ ເວົ້າລວມ ແລະກັບຄະນະກຳມະການຊາຍແດນແຫ່ງຊາດເວົ້າສະເພາະ, ເປັນຕົ້ນແມ່ນການບຳລຸງກໍ່ສ້າງຊັບພະຍາກອນມະນຸດ. ຜ່ານນັ້ນ, ປະກອບສ່ວນເຂົ້າໃນການແກ້ໄຂບັນຫາຊາຍແດນຜືນແຜ່ນດິນຢ່າງສົມເຫດສົມຜົນ, ສ້າງພາກພື້ນ, ໂລກແຫ່ງສັນຕິພາບ, ສະຖຽນລະພາບ.

ກອງປະຊຸມສໍາມະນາລວມມີ 2 ວາລະປະຊຸມ, ໃນນັ້ນວາລະປະຊຸມທີ 1 ມີຫົວຂໍ້ວ່າ “ຫວນຄືນວິວັດແຫ່ງການສ້າງສາ, ຄຸ້ມຄອງ ແລະປົກປັກຮັກສາຊາຍແດນຜືນແຜ່ນດິນແຫ່ງຊາດຂອງຫວຽດນາມ”. ວາລະປະຊຸມທີ 2 ດ້ວຍຫົວຂໍ້ “ບາງບັນຫາດ້ານກົດໝາຍ ແລະສະພາບຕົວຈິງທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ” ໄດ້ດຶງດູດຄວາມເອົາໃຈໃສ່ດ້ວຍບັນດາບົດປະກອບຄວາມເຫັນຂອງນັກຮຽນຮູ້, ນັກຊ່ຽວຊານສາກົນທີ່ມາຈາກແບນຊິກ, ສ. ເກົາຫຼີ, ຍີ່ປຸ່ນ, ສ. ໄຊປຣັດ.

ໂດຍ: ຈາງຫງວຽນ