ການລາດຕະເວນສອງຝ່າຍ ເພື່ອປົກປັກຮັກສາຊາຍແດນຫວຽດນາມ - ລາວ
ກປ.ອອນໄລ - ວັນທີ 1 ກັນຍາ, ຄ້າຍທະຫານຊາຍແດນ ຫງອກເລີມ, ກອງບັນຊາການທະຫານຊາຍແດນແຂວງເງະອານ (ຫວຽດນາມ) ແລະກອງຮ້ອຍຊາຍແດນ 252, ກອງບັນຊາການທະຫານແຂວງບໍລິຄໍາໄຊ (ລາວ) ໄດ້ສົມທົບກັນຈັດຕັ້ງການລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນ.
ກໍາລັງລາດຕະເວນສອງຝ່າຍໄດ້ລົງກວດກາສະພາບຕົວຈິງທີ່ຫຼັກໝາຍຊາຍແດນທີ 455 ໃນເສັ້ນຊາຍແດນຫວຽດນາມ-ລາວ, ຢູ່ຄວາມສູງ 1.300 ແມັດເມື່ອທຽບໃສ່ໜ້ານໍ້າທະເລ; ຖາງຫຍ້າ, ເຮັດອະນາໄມຢູ່ອ້ອມຫຼັກໝາຍ, ພ້ອມທັງແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ.
ໃນວິວັດການລາດຕະເວນ, ສອງຝ່າຍໄດ້ປະຕິບັດຕາມຫຼັກການ, ພິທີການ ແລະລະບຽບການໃນການເຄື່ອນໄຫວພົວພັນຕ່າງປະເທດ. ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ແລະເຫັນດີເປັນເອກະພາບຕໍ່ເນື້ອໃນການລາດຕະເວນຄັ້ງຕໍ່ໄປ.
    |
 |
ຫົວໜ້າກອງລາດຕະເວນສອງຝ່າຍກວດກາສະພາບຕົວຈິງຢູ່ຫຼັກໝາຍຊາຍແດນ. ພາບ: bienphong.com.vn |
ການເຄື່ອນໄຫວດັ່ງກ່າວ ເພື່ອແນໃສ່ພົບເຫັນການກະທຳລະເມີດກົດລະບຽບຊາຍແດນ, ຮັກສາສະຖຽນລະພາບ, ຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ຢູ່ຕາມເສັ້ນຊາຍແດນ ຫວຽດນາມ - ລາວ.
ເນື່ອງໃນໂອກາດນີ້, ກອງຮ້ອຍຊາຍແດນ 252, ກອງບັນຊາການທະຫານແຂວງບໍລິຄໍາໄຊ (ລາວ) ໄດ້ມອບຂອງຂວັນອວຍພອນຄ້າຍທະຫານຊາຍແດນຫງອກເລີມ ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ສສ ຫວຽດນາມ.
ໂດຍ: ທູຈາງ