ທີ່ກອງປະຊຸມ, ບັນດາຄຳເຫັນຂອງຜູ້ແທນສາມາດຖອດຖອນໄດ້ບົດຮຽນທີ່ເປັນປະໂຫຍດກ່ຽວກັບວຽກງານຊີ້ນໍາ, ສົມທົບກັນຜັນຂະຫຍາຍການປະຕິບັດໜ້າທີ່ການພົວພັນຕ່າງປະເທດດ້ານປ້ອງກັນຊາດ. ຜູ້ຕາງໜ້າກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດຫວຽດນາມ) ຖືວ່າ: ຝ່າຍຈີນ ຕີລາຄາສູງຕໍ່ການເຄື່ອນໄຫວພົບປະແລກປ່ຽນ, ຊຸກຍູ້ການຮ່ວມມືລະຫວ່າງ 2 ກໍາລັງຕໍາຫຼວດທະເລໃນໄລຍະຜ່ານມາ, ໃນນັ້ນມີລາຍການພົບປະແລກປ່ຽນນາຍຕຳຫຼວດໜຸ່ມຂອງຕໍາຫຼວດທະເລ ຫວຽດນາມ - ຈີນ ຫວ່າງມໍ່ໆມານີ້. 

leftcenterrightdel
ບັນຍາກາດທີ່ກອງປະຊຸມສະຫຼຸບ. ພາບ: ມີ້ແຮ້ງ.

ບົດລາຍງານກ່ຽວກັບໝາກຜົນຂອງການຈັດຕັ້ງລາຍການພົບປະແລກປ່ຽນນາຍຕໍາຫຼວດໜຸ່ມຂອງຕໍາຫຼວດທະເລ ຫວຽດນາມ - ຈີນ ຄັ້ງທີ 3 ປີ 2023, ໄດ້ຢືນຢັນວ່າລາຍການໄດ້ດຳເນີນໄປດ້ວຍຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ, ມີຄວາມໝາຍແທດຈິງ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງໄວໜຸ່ມຕໍາຫຼວດທະເລ ສອງປະເທດ ແລະສອງກໍາລັງ. ກິດຈະກຳເຄື່ອນໄຫວໃນລາຍການພົບປະແລກປ່ຽນໄດ້ດຳເນີນໄປຕາມແຜນການ, ຮັບປະກັນຄວາມປອດໄພຢ່າງເດັດຂາດ. ຕໍາຫຼວດທະເລຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຈີນ ດ້ວຍຄວາມເຄົາລົບ, ສ້າງສັນ ແລະຮອບຄອບ. ຝ່າຍຈີນ ໄດ້ຕີລາຄາສູງຕໍ່ລາຍການທີ່ມີເນື້ອໃນທີ່ອຸດົມສົມບູນ, ເປັນການສົ່ງສານທີ່ມີຄວາມໝາຍກ່ຽວກັບນໍ້າໃຈມິດຕະພາບລະຫວ່າງກໍາລັງຕໍາຫຼວດທະເລຂອງສອງປະເທດບ້ານໃກ້ເຮືອນຄຽງ; ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຕໍາຫຼວດທະເລຫວຽດນາມ ທີ່ໃຫ້ການຕ້ອນຮັບຄະນະນາຍຕໍາຫຼວດໜຸ່ມຂອງຕໍາຫຼວດທະເລຈີນ ຢ່າງສຸດອົກສຸດໃຈ, ເຄົາລົບນັບຖື, ສ້າງສັນ ແລະໄດ້ຈັດຕັ້ງການເຄື່ອນໄຫວຖືກຕາມແຜນການຢ່າງຮັດກຸມ.

ໂດຍ: ຈາງຫງວຽນ