leftcenterrightdel
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ເລື່ອງ ໄຕ້ຫວັນ ຈັດຕັ້ງການຊ້ອມຮົບຍິງລູກປືນແທ້ຢູ່ອ້ອມແອ້ມເກາະບາງບິ່ງ ຂຶ້ນກັບໝູ່ເກາະເຈື່ອງຊາ ຂອງຫວຽດນາມ ແມ່ນການກະທໍາລະເມີດອະທິປະໄຕຜືນແຜ່ນດິນຂອງຫວຽດນາມ ສໍາລັບໝູ່ເກາະນີ້ຢ່າງຮ້າຍແຮງ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນທະເລ; ກໍ່ຄວາມເຄັ່ງຕຶງ ແລະເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະຮຽກຮ້ອງ ໃຫ້ໄຕ້ຫວັນ ບໍ່ດຳເນີນການກະທຳຜິດກົດໝາຍຄ້າຍຄືກັນອີກ.

ໂດຍ: ທະນາພອນ