leftcenterrightdel
ຜູ້ແທນເຂົ້າຮ່ວມພິທີໄຂກອງປະຊຸມໂຄສະນາ. ພາບ: qdnd.vn

ທ່ານພົນຕີ ຫງວຽນວັນດຶກ, ຫົວໜ້າກົມໂຄສະນາອົບຮົມ ໄດ້ເຂົ້າຮ່ວມ ແລະຊີ້ນໍາກອງປະຊຸມ. ເຂົ້າຮ່ວມກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງແນະນຳ 3 ຫົວຂໍ້, ຄື: ສະພາບການທະເລຕາເວັນອອກໃນປະຈຸບັນ, ໝາກຜົນແຫ່ງການປົກປັກຮັກສາອະທິປະໄຕເຂດທະເລ ແລະໝູ່ເກາະໃນ 6 ເດືອນຕົ້ນປີ 2023 ແລະທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ; ບາງໝາກຜົນຕົ້ນຕໍພາຍຫຼັງ 5 ປີແຫ່ງການເຄື່ອນໄຫວ “ກອງທຶນເພື່ອທະເລ ແລະໝູ່ເກາະຫວຽດນາມ” ແລະທິດທາງ, ໜ້າທີ່ໃນຊຸມປີຕໍ່ໄປ; ບັນຫາຍົກເລີກບັດເຫຼືອງຂອງສະຫະພາບເອີລົບສຳລັບສິນທະເລຂອງຫວຽດນາມ, ໝາກຜົນຕົ້ນຕໍຂອງໂຄງການ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ອອກຫາປາຢູ່ໄກຝັ່ງ. ນີ້ແມ່ນເນື້ອໃນສຳຄັນ ແລະມີຄວາມໝາຍແທດຈິງເພື່ອຊ່ວຍໃຫ້ຖັນແຖວນັກປາຖະກະຖາທຸກຂັ້ນໃນກອງທັບຍົກສູງປະສິດທິຜົນໃນການໂຄສະນາເຜີຍແຜ່ກ່ຽວກັບອະທິປະໄຕທະເລ ແລະໝູ່ເກາະ.

ໂດຍ: ໄຊນີດາ