ທີ່ດ່ານຊາຍແດນຫ້ວຍປວກ, ເຂດຊາຍແດນຫວຽດນາມ - ລາວ, ຄະນະປະຕິບັດງານຂອງກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ໄດ້ມອບວັດຖຸ, ອຸປະກອນໃຫ້ກອງຮ້ອຍທະຫານຊາຍແດນ 163 ຂຶ້ນກັບກອງບັນຊາການທະຫານແຂວງຫຼວງພະບາງ, ປະເທດ ລາວ ລວມມີ: ຄອມພິວເຕີ 1 ຊຸດ, ໂຕະ 10 ໜ່ວຍ ແລະຕັ່ງນັ່ງ 10 ໜ່ວຍ, ຈັກຕັດຫຍ້າ 1 ເຄື່ອງ, ຊີມັງ 3 ໂຕນ ແລະສັງກະສີມຸງຫຼັງຄາ, ລວມມູນຄ່າທັງໝົດ 55 ລ້ານດົ່ງ.

leftcenterrightdel
ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ມອບວັດສະດຸ, ອຸປະກອນຫ້ອງການໃຫ້ກອງຮ້ອຍປ້ອງກັນຊາຍແດນ 163 ສປປ. ລາວ. ພາບ: qdnd.vn

ນີ້ແມ່ນການເຄື່ອນໄຫວເພື່ອຫັນເນື້ອໃນທີ່ໄດ້ລົງນາມແຮກສ່ຽວລະຫວ່າງຄ້າຍທະຫານຊາຍແດນເມືອງຍ່າ ແລະດ່ານຊາຍແດນຫ້ວຍປວກ, ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ແລະກອງຮ້ອຍທະຫານຊາຍແດນ 163, ກອງບັນຊາການທະຫານແຂວງຫຼວງພະບາງ, ລາວ ໃຫ້ປະກົດຜົນເປັນຈິງ, ພ້ອມທັງເພີ່ມທະວີຈິດໃຈສາມັກຄີ, ມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈ, ຄວາມສະໜິດຕິດພັນ, ຊ່ວຍເຫຼືອ ເຊິ່ງກັນແລະກັນ ໃນການປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕ, ຄວາມສະຫງົບຢູ່ເຂດຊາຍແດນເພື່ອແນໃສ່ກໍ່ສ້າງເຂດຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

ຜູ້ຕາງໜ້າກອງຮ້ອຍທະຫານຊາຍແດນ 163, ກອງບັນຊາການທະຫານແຂວງຫຼວງພະບາງ, ລາວ ໄດ້ສະແດງຄວາມຂອບໃຈຕໍ່ນ້ຳໃຈຂອງກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ແລະຄ້າຍທະຫານຊາຍແດນເມືອງຍ່າ ແລະດ່ານຊາຍແດນຫ້ວຍປວກ ທີ່ໄດ້ສະຫງວນໃຫ້ກົມກອງ, ພິເສດແມ່ນໃນເວລາທີ່ກົມກອງຫາກໍ່ໄດ້ສ້າງຕັ້ງ, ເຄື່ອນໄຫວຢູ່ເຂດຊາຍແດນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ພ້ອມກັນນັ້ນ, ກໍ່ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ນ້ຳໃຈສະໜິດຕິດພັນ, ສະໜັບສະໜູນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນໃນການຄຸ້ມຄອງ,  ປົກປັກຮັກສາຊາຍແດນຢ່າງແທດຈິງ ແລະມີປະສິດທິຜົນໃນໄລຍະຜ່ານມາ ແລະອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ໂດຍ: ຈາງຫງວຽນ