leftcenterrightdel
ສອງຝ່າຍແລກປ່ຽນຂໍ້ມູນຂ່າວສານ ແລະແຜນການກ່ອນທີ່ດໍາເນີນການລາດຕະເວນ. ພາບ: baohatinh.vn

ຄ້າຍທະຫານຊາຍແດນສາກົນ ເກົ່າແຈວ ຄຸ້ມຄອງເສັ້ນຊາຍແດນຍາວກວ່າ 41 ກິໂລແມັດ, ລວມມີ 16 ຫຼັກໝາຍ (ແຕ່ຫຼັກໝາຍທີ 468 ຮອດຫຼັກໝາຍທີ 483), ເຊິ່ງຕິດກັບແຂວງບໍລິຄໍາໄຊ. ການລາດຕະເວນຄັ້ງນີ້, ກຳລັງຂອງສອງປະເທດໄດ້ຈັດການລາດຕະເວນ 3 ຫຼັກໝາຍຊາຍແດນ (ແຕ່ຫຼັກໝາຍທີ 475 ຮອດຫຼັກໝາຍທີ 477).

leftcenterrightdel
ລາດຕະເວນສອງຝ່າຍຢູ່ຫຼັກໝາຍຊາຍແດນທີ 476  ໃນເສັ້ນຊາຍແດນ ຫວຽດນາມ-ລາວ. ພາບ: baohatinh.vn

ທີ່ບັນດາຫຼັກໝາຍ, ກໍາລັງລາດຕະເວນສອງຝ່າຍໄດ້ປະຕິບັດຖືກຕາມພິທີການ, ລະບຽບການທີ່ໄດ້ກຳນົດໄວ້ໃນການເຄື່ອນໄຫວພົວພັນຕ່າງປະເທດ, ຄື: ເຄົາລົບຫຼັກໝາຍ; ກວດກາສະພາບເດີມຂອງຫຼັກໝາຍຊາຍແດນ, ເສັ້ນຊາຍແດນ; ແນະນຳກ່ຽວກັບຫຼັກໝາຍ ແລະຈັດການຖາງຫຍ້າ ແລະທຳຄວາມສະອາດອ້ອມແອ້ມຫຼັກໝາຍ...

leftcenterrightdel
ຫົວໜ້າກອງລາດຕະເວນສອງຝ່າຍກວດກາສະພາບເດີມຂອງຫຼັກໝາຍຊາຍແດນ. ພາບ: baohatinh.vn

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງເຂດຊາຍແດນ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ; ພ້ອມກັນຈັດການຖອດຖອນບົດຮຽນຈາກການລາດຕະເວນ ແລະເຫັນດີເປັນເອກະພາບກ່ຽວກັບເວລາ ແລະເສັ້ນຊາຍແດນຕອນທີ່ຈະດຳເນີນການລາດຕະເວນຄັ້ງຕໍ່ໄປ.

ໂດຍ: ທູຈາງ