leftcenterrightdel
ການລາດຕະເວນເພື່ອແນໃສ່ພົບເຫັນກໍລະນີລະເມີດລະບຽບການຊາຍແດນ, ຮັກສາສະຖຽນລະພາບ, ຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢູ່ເສັ້ນຊາຍແດນຫວຽດນາມ-ລາວ. ພາບ: qdnd.vn
leftcenterrightdel
ສອງຝ່າຍດໍາເນີນພິທີເຄົາລົບຫຼັກໝາຍຊາຍແດນ. ພາບ: qdnd.vn
leftcenterrightdel
ກວດກາຫຼັກໝາຍຊາຍແດນ. ພາບ: qdnd.vn
leftcenterrightdel
ຫົວໜ້າກອງລາດຕະເວນສອງຝ່າຍ ແລກປ່ຽນສະພາບການ. ພາບ: qdnd.vn

ກຳລັງສອງຝ່າຍ ໄດ້ດຳເນີນການລາດຕະເວນຢູ່ເສັ້ນຊາຍແດນຫວຽດນາມ-ລາວ ດ້ວຍລວງຍາວ 22.526 ກິໂລແມັດ. ສອງຝ່າຍໄດ້ດໍາເນີນການກວດກາສະພາບຫຼັກໝາຍຊາຍແດນທີ 371, 372, ຖາງຫຍ້າ ແລະທຳຄວາມສະອາດອ້ອມແອ້ມຫຼັກໝາຍ, ພ້ອມທັງແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ. ໃນວິວັດການລາດຕະເວນ, ສອງຝ່າຍໄດ້ປະຕິບັດຖືກຕາມຫຼັກການ ແລະພິທີການ, ລະບຽບການໃນການເຄື່ອນໄຫວພົວພັນຕ່າງປະເທດ.

ໂດຍ: ທູຈາງ