ກອງປະຊຸມໂດຍອົງການອົບພະຍົບສາກົນ (IOM) ປະຈໍາຫວຽດນາມ ສົມທົບກັບກົມຕ້ານ ແລະສະກັດກັ້ນຢາເສບຕິດ ແລະອາດຊະຍາກໍາ, ກອງບັນຊາການທະຫານຊາຍແດນ ຈັດຕັ້ງ. ໂຄງການໂດຍອົງການຕ້ານ ແລະສະກັດກັ້ນຢາເສບຕິດ ແລະປະຕິບັດກົດໝາຍສາກົນ (INL), ກະຊວງການ ຕ່າງປະເທດອາເມລິກາ ອຸປະຖຳ.

leftcenterrightdel
ທ່ານນາງ Park Mihyung, ຫົວໜ້າຄະນະຜູ້ຕາງໜ້າ IOM ປະຈຳຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: IOM

ພາຍຫຼັງຜັນຂະຫຍາຍເປັນເວລາ 3 ປີ, ໂຄງການບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ, ປະກອບສ່ວນຍົກສູງຄວາມສາມາດຂອງທະຫານຊາຍແດນ, ພິເສດແມ່ນບັນດາພະນັກງານປະຕິບັດໜ້າທີ່ຢູ່ດ່ານໜ້າ ໃນການພົບເຫັນ, ສືບສວນ ແລະແກ້ໄຂບັນດາຄະດີການຄ້າມະນຸດ, ກໍ່ຄືໃນວຽກງານກໍານົດ, ປົກປ້ອງ ແລະໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກການຄ້າມະນຸດ.

ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ, ຫົວໜ້າຄະນະຜູ້ຕາງໜ້າ IOM ປະຈຳຫວຽດນາມ Park Mihyung ເນັ້ນໜັກວ່າ: “ທາງ IOM, ພວກຂ້າພະເຈົ້າ ກໍ່ສາມາດປະຕິບັດໜ້າທີ່ສຳຄັນຂອງຕົນ ນັ້ນແມ່ນໜູນຊ່ວຍ ແລະສ້າງເງື່ອນໄຂໃຫ້ປະຊາຊົນອົບພະຍົບຜ່ານຊາຍແດນຢ່າງປອດໄພ, ພ້ອມທັງຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດນ ແລະໜູນຊ່ວຍທະຫານຊາຍແດນປະຕິບັດໜ້າທີ່ວຽກງານຂອງຕົນ”.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: IOM

ຕາມຫົວໜ້າຄະນະຜູ້ຕາງໜ້າ IOM ປະຈຳຫວຽດນາມ ແລ້ວ, ການຄ້າມະນຸດແມ່ນບັນຫາທີ່ເປັນໄພຂອງທົ່ວໂລກ, ເຊິ່ງຮຽກຮ້ອງໃຫ້ມີການສົມທົບກັນຢ່າງແໜ້ນແຟ້ນ. ໂຄງການໄດ້ຊ່ວຍໃຫ້ລັດຖະບານຫວຽດນາມ ບໍ່ພຽງແຕ່ເພີ່ມທະວີການຄຸ້ມຄອງຊາຍແດນເທົ່ານັ້ນ ຫາກຍັງປະກອບສ່ວນປະຕິບັດບັນດາເປົ້າໝາຍຂອງໂຄງການແຫ່ງຊາດກ່ຽວກັບການຕ້ານ ແລະສະກັດກັ້ນການຄ້າມະນຸດໃນປີ 2021-2025 ແລະສົນທິສັນຍາທົ່ວໂລກກ່ຽວກັບການອົບພະຍົບຖືກຕ້ອງຕາມກົດໝາຍ, ປອດໄພ ແລະເປັນລະບຽບຮຽບຮ້ອຍ.

ໂດຍ: ທູຈາງ