ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ
ກປ.ອອນໄລ - ວັນທີ 30 ພຶດສະພາ, ຢູ່ແຂວງເຊີນລາ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ແລະກອງບັນຊາການທະຫານແຂວງຫຼວງພະບາງ (ລາວ) ໄດ້ສົມທົບກັນຈັດຕັ້ງການຊ້ອມຮົບຮ່ວມສະກັດກັ້ນພົນລະເມືອງເຄື່ອນຍ້າຍຖິ່ນຖານແບບເສລີ ແລະເຂ້ົາອອກເມືອງຂ້າມຊາຍແດນ ຫວຽດນາມ-ລາວ ຢ່າງຜິດກົດໝາຍ.
    |
 |
ຜູ້ແທນເຂົ້າຮ່ວມການຊ້ອມຮົບ. ພາບ: ຫງອັກເລິມ |
ການຊ້ອມຮົບແນໃສ່ຍົກສູງລະດັບການຈັດຕັ້ງບັນຊາ, ການປະສົມປະສານຂອງຜູ້ບັນຊາການ, ອົງການກອງບັນຊາການທະຫານຊາຍແດນ, ບັນດາຄ້າຍທະຫານຊາຍແດນກັບກອງບັນຊາການທະຫານແຂວງຫຼວງພະບາງ ໃນການແກ້ໄຂສະພາວະການທີ່ເກີດຂຶ້ນຢູ່ເຂດຊາຍແດນ. ຈາກນັ້ນປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງທະຫານຊາຍແດນແຂວງເຊີນລາ ແລະກອງບັນຊາການທະຫານແຂວງຫຼວງພະບາງ ໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ສະກັດກັ້ນພົນລະເມືອງເຄື່ອນຍ້າຍຖິ່ນຖານແບບເສລີ ແລະເຂ້ົາອອກເມືອງຢ່າງຜິດກົດໝາຍຂ້າມຊາຍແດນ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ກໍ່ສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະພັດທະນາ.
    |
 |
ທ່ານພົນຈັດຕະວາ ເລວັນຟຸກ ກ່າວຄຳເຫັນຊີ້ນຳການຊ້ອມຮົບ. ພາບ: ຫງອັກເລິມ |
ກ່າວຄຳເຫັນຊີ້ນຳການຊ້ອມຮົບ, ທ່ານພົນຈັດຕະວາ ເລວັນຟຸກ ຮອງຜູ້ບັນຊາການທະຫານຊາຍແດນ ເຊື່ອໝັ້ນວ່າ ຜ່ານການຊ້ອມຮົບຄັ້ງນີ້, ບັນດາອົງການວິຊາການຈະຖອດຖອນບົດຮຽນ, ເຮັດແຈ້ງບັນຫາກ່ຽວກັບພຶດຕິກຳຕົວຈິງ ແລະທິດສະດີໃນການສົມທົບ, ບັນຊາການ, ບໍລິຫານລະຫວ່າງສອງກໍາລັງປ້ອງກັນຊາຍແດນຂອງສອງແຂວງໃນການປົກປັກຮັກສາຊາຍແດນ, ຕໍ່ສູ້ສະກັດກັ້ນພົນລະເມືອງເຄື່ອນຍ້າຍຖິ່ນຖານແບບເສລີ ແລະເຂ້ົາອອກເມືອງຂ້າມຊາຍແດນຢ່າງຜິດກົດໝາຍ.
    |
 |
ຜູ້ແທນເຂົ້າຮ່ວມການຊ້ອມຮົບຖ່າຍຮູບເປັນທີ່ລະນຶກ. ພາບ: ຫງອັກເລິມ |
ສິ້ນສຸດການຊ້ອມຮົບ, ຄະນະກໍາມະການປະຊາຊົນແຂວງເຊີນລາ ໄດ້ມອບໃບຍ້ອງຍໍໃຫ້ 2 ໝູ່ຄະນະ, 4 ບຸກຄົນ; ກອງບັນຊາການທະຫານຊາຍແດນແຂວງເຊີນລາ ມອບໃບຍ້ອງຍໍໃຫ້ 3 ໝູ່ຄະນະ ແລະ 6 ບຸກຄົນ; ຄະນະກໍາມະການປະຊາຊົນແຂວງຫຼວງພະບາງ (ລາວ) ມອບໃບຍ້ອງຍໍໃຫ້ແກ່ 2 ໝູ່ຄະນະ ແລະ 4 ບຸກຄົນ; ກອງບັນຊາການທະຫານແຂວງຫຼວງພະບາງ ມອບໃບຍ້ອງຍໍໃຫ້ແກ່ 2 ໝູ່ຄະນະ ແລະ 6 ບຸກຄົນທີ່ມີຜົນງານດີເດັ່ນໃນການເຂົ້າຮ່ວມການຊ້ອມຮົບດັ່ງກ່າວ.
ໂດຍ: ເຈິ່ນຮວ່ຽນ