ຫວຽດນາມ - ລາວ ລາດຕະເວນສອງຝ່າຍປົກປັກຮັກສາອະທິປະໄຕຜືນແຜ່ນດິນ ແລະຄວາມໝັ້ນຄົງເຂດຊາຍແດນ
ກປ.ອອນໄລ - ວັນທີ 24 ພຶດສະພາ, ຄ້າຍທະຫານຊາຍແດນບານາງ, ທະຫານຊາຍແດນແຂວງກວາງຈີ້ ແລະກອງຮ້ອຍທະຫານຊາຍແດນ 511, ກອງບັນຊາການທະຫານແຂວງສາລະວັນ ໄດ້ສົມທົບກັນຈັດຕັ້ງການລາດຕະເວນສອງຝ່າຍປົກປັກຮັກສາອະທິປະໄຕຜືນແຜ່ນດິນ ແລະຄວາມໝັ້ນຄົງເຂດຊາຍແດນ ຫວຽດນາມ - ລາວ.
ເຖິງວ່າອາກາດຮ້ອນເອົ້າຂຶ້ນເຖິງ 40 ກວ່າອົງສາເຊ, ພູມີປະເທດສັບສົນດ້ວຍພູຜາປ່າດົງ, ແຕ່ກຳລັງລາດຕະເວນໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ຈັດຕັ້ງການກວດກາເສັ້ນຊາຍແດນ, ກວດກາສະພາບຄວາມປອດໄພໃນລະບົບຫຼັກໝາຍຊາຍແດນຫວຽດນາມ - ລາວ ຈາກຫຼັກໝາຍຊາຍແດນ 621 ຫາ ຫຼັກໝາຍ 622. ຜ່ານການກວດກາໃຫ້ເຫັນວ່າ ເສັ້ນຊາຍແດນບໍ່ມີການປ່ຽນແປງ, ລະບົບຫຼັກໝາຍແຫ່ງຊາດຍັງຮັກສາສະພາບເດີມ ແລະປອດໄພ.
    |
 |
ໜ່ວຍລາດຕະເວນສອງຝ່າຍ ຄ້າຍທະຫານຊາຍແດນບານາງ, ທະຫານຊາຍແດນແຂວງກວາງຈີ້ ແລະກອງຮ້ອຍທະຫານຊາຍແດນ 511, ກອງບັນຊາການທະຫານແຂວງສາລະວັນ ໄດ້ດຳເນີນການສົມທຽບຫຼັກໝາຍຊາຍແດນໃນເອກະສານ ແລະພູມສາດຕົວຈິງ. ພາບ: ເຟືອກຈູງ |
ຜ່ານການລາດຕະເວນສອງຝ່າຍ ເພື່ອຄົ້ນພົບບັນດາກໍລະນີລະເມີດລະບຽບການຊາຍແດນຢ່າງທັນການ ແລະຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຢູ່ຊາຍແດນ ແລະດ່ານຊາຍແດນ; ປະກອບສ່ວນປັບປຸງຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງກໍາລັງທະຫານຊາຍແດນຂອງສອງປະເທດເວົ້າສະເພາະ ແລະລະຫວ່າງສອງປະເທດ ຫວຽດນາມ - ລາວ ເວົ້າລວມ. ພ້ອມທັງ, ໂຄສະນາ ແລະສຶກສາອົບຮົມປະຊາຊົນສອງຟາກຊາຍແດນປະຕິບັດສັນຍາທີ່ໄດ້ລົງນາມລະຫວ່າງສອງປະເທດ ຫວຽດນາມ - ລາວ ຢ່າງເຂັ້ມງວດ.
ໂດຍ: ທະນາພອນ