ການເດີນທາງໄປຮອດເຈື່ອງຊາ ຂອງໄວໜຸ່ມເພື່ອທະເລໝູ່ເກາະ, ບ້ານເກີດເມືອງນອນ ປີ 2023
ກປ.ອອນໄລ - ຕອນເຊົ້າວັນທີ 7 ພຶດສະພາ, ຢູ່ທ່າກໍາປັ່ນກາມແຣງ, ຄະນະຊາວໜຸ່ມແຂວງແຄ໊ງຮວ່າ ໄດ້ສົມທົບກັບບັນດາຫົວໜ່ວຍຈັດພິທີສົ່ງຄະນະຊາວໜຸ່ມ “ການເດີນທາງຂອງໄວໜຸ່ມເພື່ອທະເລໝູ່ເກາະ, ບ້ານເກີດເມືອງນອນ” ເດີນທາງໄປຢ້ຽມຢາມໝູ່ເກາະເຈື່ອງຊາ ແລະຮ້ານເວນຍາມ DK 1 ປີ 2023.
ການເດີນທາງຂອງ “ໄວໜຸ່ມເພື່ອທະເລໝູ່ເກາະ, ບ້ານເກີດເມືອງນອນ” ປີ 2023 ມີການເຂົ້າຮ່ວມຂອງບັນດາບຸກຄົນດີເດັ່ນໃນວຽກງານຂອງຄະນະຊາວໜຸ່ມ, ສະຫະພັນ, ທີມງານ ແລະຂະບວນການຊາວໜຸ່ມ, ເຍົາວະຊົນຢູ່ບັນດາທ້ອງຖິ່ນ, ຫົວໜ່ວຍ; ບັນດານັກທຸລະກິດໜຸ່ມທີ່ມີຜົນງານ, ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວສັງຄົມ, ເພື່ອວົງຄະນະຍາດຊຸມຊົນ; ນັກສິລະປິນ, ທ່ານໝໍໜຸ່ມ, ພະນັກງານ, ນັກຂ່າວ...
    |
 |
ກຳປັ່ນ KN390 ຕ້ອນຮັບ ແລະສົ່ງຄະນະຊາວໜຸ່ມ “ການເດີນທາງຂອງໄວໜຸ່ມເພື່ອທະເລໝູ່ ເກາະ, ບ້ານເກີດເມືອງນອນ” ປີ 2023 ເດີນທາງໄປຢ້ຽມຢາມໝູ່ເກາະເຈື່ອງຊາ. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນເວລາ 7 ວັນ, ຄະນະປະຕິບັດງານ ຈະໄປຢ້ຽມຢາມເກາະຢູ່ໝູ່ເກາະເຈື່ອງຊາ, ຮ້ານເວນຍາມ DK 1, ຢ້ຽມຢາມຖາມຂ່າວ, ມອບຂອງຂວັນ, ພົບປະແລກປ່ຽນວັດທະນະທຳ, ສິລະປະກັບພະນັກງານ, ນັກຮົບ ແລະປະຊາຊົນທີ່ພວມປະຕິບັດໜ້າທີ່, ດໍາລົງຊີວິດຢູ່ບັນດາເກາະ. ຜ່ານນັ້ນ, ສະແດງໃຫ້ເຫັນຈິດໃຈຂອງໄວໜຸ່ມໃນທົ່ວປະເທດທີ່ປາດຖະໜາຢາກຮ່ວມແຮງຮ່ວມໃຈພ້ອມກັບພະນັກງານ, ນັກຮົບທະຫານເຮືອ ແລະປະຊາຊົນຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດໄວ້ຢ່າງໝັ້ນຄົງ.
ໂດຍ: ເຈິ່ນຮວ່ຽນ