ກອງປະຊຸມຮ່ວມມື ແລະພັດທະນາບັນດາແຂວງເຂດຊາຍແດນຫວຽດນາມ - ກຳປູເຈຍ ຄັ້ງທີ 12
ກປ.ອອນໄລ - ຕອນເຊົ້າວັນທີ 25 ເມສາ, ຢູ່ແຂວງ ໄຕນິງ, ທ່ານ ເຈິ່ນລືວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ ພ້ອມກັບທ່ານ Samdech Krolahom Sar Kheng ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນແຫ່ງລາຊະອານາຈັກ ກຳປູເຈຍ ເປັນປະທານຮ່ວມກອງປະຊຸມຮ່ວມມື ແລະພັດທະນາບັນດາແຂວງເຂດຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 12.
ເຂົ້າຮ່ວມກອງປະຊຸມພ້ອມກັບຄະນະຜູ້ແທນຂອງລັດຖະບານຫວຽດນາມ ມີທ່ານພົນໂທ ຮວ່າງຊວນຈ໊ຽນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ກ່າວຄໍາເຫັນທີ່ກອງປະຊຸມ, ຮອງນາຍົກລັດຖະມົນຕີສອງທ່ານ ຮັບຮູ້ຜົນງານດ້ວຍຄວາມປິຕິຊົມຊື່ນນັບແຕ່ກອງປະຊຸມຮ່ວມມື ແລະພັດທະນາບັນດາແຂວງເຂດຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 11 (ເດືອນຕຸລາ 2021) ມາຮອດປະຈຸບັນ, ສອງປະເທດຍັງຮັກສາການພົວພັນຮ່ວມມືອັນດີງາມ ແລະສົມທົບກັນຢ່າງ ແໜ້ນແຟ້ນໃນທຸກຂົງເຂດ ແລະທຸກຂັ້ນນັບແຕ່ຂັ້ນສູນກາງຈົນລົງຮອດທ້ອງຖິ່ນ, ໃນນັ້ນມີບັນດາແຂວງຕິດກັບຊາຍແດນ.
    |
 |
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn |
ເມື່ອແລກປ່ຽນກ່ຽວກັບທິດທາງການຮ່ວມມືລະຫວ່າງບັນດາແຂວງເຂດຊາຍແດນ ຫວຽດນາມ - ກຳປູເຈຍ ໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນ, ສ້າງບັນດາຂອບນິຕິກຳ ແລະກົນໄກຮ່ວມມືໃຫ້ສົມບູນແບບ ແລະເໝາະສົມ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືລະຫວ່າງບັນດາແຂວງຕິດກັບຊາຍແດນ. ສອງຝ່າຍຢັ້ງຢືນຄືນໃໝ່ການຮັກສາຫຼັກການບໍ່ອະນຸຍາດໃຫ້ກຳລັງປໍລະປັກໃດນຳໃຊ້ດິນແດນຂອງປະເທດຕົນກໍ່ຜົນເສຍຫາຍຕໍ່ຜົນປະໂຫຍດຂອງປະເທດອື່ນ; ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາເອກະສານນິຕິກຳກ່ຽວຂ້ອງເຖິງວຽກງານຊາຍແດນທາງບົກຢ່າງມີປະສິດທິຜົນ; ຕັ້ງໜ້າໂຄສະນາ, ເຜີຍແຜ່ບັນດາຂໍ້ມູນຂ່າວສານກ່ຽວຂ້ອງ ເພື່ອໃຫ້ປະຊາຊົນ ແລະອຳນາດການປົກຄອງບັນດາແຂວງ ເຂດຊາຍແດນສືບຕໍ່ປັບປຸງ, ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ. ສອງຝ່າຍກໍ່ເຫັນດີເປັນເອກະພາບສືບຕໍ່ລົງທຶນພັດທະນາລະບົບດ່ານຊາຍແດນທາງບົກລະຫວ່າງສອງປະເທດຢ່າງມີປະສິດທິຜົນ. ສອງຝ່າຍຕັດສິນໃຈຮັກສາການເຕີບໂຕການຄ້າສອງຝ່າຍເວົ້າລວມ ແລະບັນດາການ ເຄື່ອນໄຫວພົວພັນແລກປ່ຽນການຄ້າເວົ້າສະເພາະ, ສົ່ງເສີມວິສາຫະກິດສອງປະເທດຊອກຫາກາລະໂອກາດພ້ອມກັນພັດທະນາເຂດເສດຖະກິດພິເສດ ກຳປູເຈຍ - ຫວຽດນາມ ຢູ່ບັນດາແຂວງ ຂອງ ກຳປູເຈຍ ທີ່ຕິດກັບຊາຍແດນ ຫວຽດນາມ - ກຳປູເຈຍ.
ໂດຍ: ທະນາພອນ