ຊາວຫວຽດນາມ ອາໄສຢູ່ 22 ປະເທດ ໃນໂລກມາຢ້ຽມຢາມເຈື່ອງຊາ ແລະຮ້ານເວນຍາມ DK1
ກປ.ອອນໄລ - ຕອນບ່າຍວັນທີ 23 ເມສາ, ຢູ່ແຂວງ ແຄ໊ງຮວ່າ, ມີຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 47 ຄົນ ທີ່ມາຈາກ 22 ປະເທດໃນໂລກ ແລະຜູ້ແທນເກືອບ 200 ຄົນ ໄດ້ສິ້ນສຸດລາຍການຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມາຢ້ຽມຢາມທະຫານ ແລະປະຊາຊົນເມືອງເກາະເຈື່ອງຊາ ແລະຮ້ານເວນຍາມ DK1 ໃນປີ 2023.
ລາຍການມີຫົວຂໍ້ “ປະເທດແຫ່ງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຄາດຫວັງ - ຄັ້ງທີ 10, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດມາ ເຈື່ອງຊາ”. ນີ້ແມ່ນຄັ້ງທີ 10 ທີ່ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດຫວຽດນາມ) ສົມທົບກັບກອງບັນຊາການທະຫານເຮືອຈັດຕັ້ງຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄປຢ້ຽມຢາມ ເຈື່ອງຊາ.
    |
 |
ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະນັກຮົບຢູ່ໝູ່ເກາະ ເຈື່ອງຊາ ປະຕິບັດພິທີເຄົາລົບທຸງຊາດທີ່ສັກກາລະບູຊາ ພາຍຫຼັງຄະນະປະຕິບັດງານທີ 4 ມາຢ້ຽມຢາມເກາະ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນຂອບເຂດການຢ້ຽມຢາມ ເຈື່ອງຊາ ແຕ່ວັນທີ 18-23 ເມສາ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະບັນດາສະມາຊິກຄະນະປະຕິບັດງານທີ 4 ໄດ້ໄປຢ້ຽມຢາມໝູ່ເກາະ ຊີງໂຕ່ນດົງ, ແລນດາວ, ດ່າໄຕ B, ເຈື່ອງຊາ, ຮ້ານເວນຍາມ DK1/16 ຟຸກເຕິ່ນ. ຢູ່ຕາມສະຖານທີ່ໄປຢ້ຽມຢາມນັ້ນ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຢື້ຢາມຖາມຂ່າວ, ລະດົມກໍາລັງໃຈ ແລະມອບຂອງຂວັນໃຫ້ທະຫານ ແລະປະຊາຊົນຢູ່ບັນດາເກາະ; ຢ້ຽມຢາມໂຮງຮຽນ, ເຮືອນປະຊາຊົນ, ບ້ານຊາວປະມົງ, ສຸກສາລາ...
ໂດຍ: ທະນາພອນ