ຄະນະປະຕິບັດງານກົມໃຫຍ່ເສນາທິການໄປຢ້ຽມຢາມ ແລະກວດກາທີ່ໝູ່ເກາະເຈື່ອງຊາ ແລະຮ້ານເວນຍາມ DK1
ກປ.ອອນໄລ - ຕອນບ່າຍວັນທີ 12 ເມສາ, ຄະນະປະຕິບັດງານກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ນໍາໂດຍທ່ານພົນໂທ ຫງວຽນວັນເຫງ້ຍ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ກັບຄືນເຂດດິນຕໍ່ແຜ່ນປະຕິບັດສໍາເລັດການໄປຢ້ຽມຢາມ, ກວດກາຢູ່ເມືອງເກາະ ເຈື່ອງຊາ (ແຂວງແຄ໊ງຮວ່າ) ແລະຮ້ານເວນຍາມ DK1.
ກ່າວຄຳເຫັນສະຫຼຸບທີ່ການໄປກວດກາ, ທ່ານພົນໂທ ຫງວຽນວັນເຫງ້ຍ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍພະນັກງານ, ນັກຮົບຢູ່ບັນດາເກາະ ແລະຮ້ານເວນຍາມ ໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ກຳນົດໜ້າທີ່ເປັນຢ່າງດີ; ສາມັກຄີ, ເປັນເອກະພາບ, ຕັດສິນໃຈຮັກສາອະທິປະໄຕທະເລ, ໝູ່ເກາະ ແລະໄຫຼ່ທະວີບຂອງປະເທດ. ບັນດາກົມກອງໄດ້ຮັກສາລະບອບກຽມພ້ອມສູ້ຮົບ, ຈັດຕັ້ງການລາດຕະເວນ ແລະເວນຍາມຢ່າງເຂັ້ມງວດ; ສັງເກດ ແລະພົບເຫັນການກະທຳທີ່ລະເມີດອະທິປະໄຕ, ແກ້ໄຂຖືກກັບວິທີທາງຮັບມື ແລະຂໍ້ກໍານົດຂອງພັກ, ລັດ ແລະກອງທັບ; ຈັດຕັ້ງການຝຶກແອບແຜນການສູ້ຮົບ, ປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງກົມກອງ, ກໍາລັງຕ່າງໆ, ກວດກາຄືນ, ເພີ່ມເຕີມ, ປັບປຸງແຜນການສູ້ຮົບໃຫ້ເໝາະສົມກັບສະພາບຕົວຈິງເປັນປະຈໍາ.
    |
 |
ທ່ານພົນໂທ ຫງວຽນວັນເຫງ້ຍ ມອບຂອງຂວັນຂອງກະຊວງປ້ອງກັນປະເທດ ໃຫ້ພະນັກງານ, ນັກຮົບທີ່ເກາະ ເຈື່ອງຊາ. ພາບ: ຫງອກທື |
ທ່ານພົນໂທ ຫງວຽນວັນເຫງ້ຍ ເນັ້ນໜັກວ່າ ບັນດາກົມກອງຄວນຍົກສູງຈິດໃຈກຽມພ້ອມສູ້ຮົບ; ສ້າງທ່າຮົບທົ່ວປວງຊົນປ້ອງກັນຊາດຢ່າງໝັ້ນແກ່ນ, ບໍ່ໃຫ້ປະເທດຕົກຢູ່ທ່າຮັບໂດຍບັງເອີນໃນທຸກສະຖານະການ. ພ້ອມກັນນັ້ນ, ຄະນະພັກ, ຜູ້ບັນຊາການບັນດາກົມກອງຕ້ອງເອົາໃຈໃສ່ເຖິງຊີວິດທາງດ້ານວັດຖຸ ແລະຈິດໃຈຂອງທະຫານ, ຍູ້ແຮງການເພີ່ມພູນຜະລິດຜົນ, ປັບປຸງຊີວິດການເປັນຢູ່, ເອົາໃຈໃສ່ເປັນພິເສດເຖິງການສ້າງ ແລະຮັກສາຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ເປັນບ່ອນອີງທີ່ໜັກແໜ້ນ ເພື່ອໃຫ້ຊາວປະມົງອຸ່ນອ່ຽນໃຈໄປຫາປາຢູ່ໄກຝັ່ງ.
ໂດຍ: ທູຈາງ