leftcenterrightdel
ພິທີເປີດຕົວໂຄງການ “ພ້ອມກັບຊາວປະມົງດັງໄຟຢູ່ທະເລ”. ພາບ: nongnghiep.vn

ໂຄງການໄດ້ດຳເນີນໃນລະຫວ່າງປີ 2023 – 2025 ຢູ່ 28 ແຂວງ, ນະຄອນຕິດກັບທະເລ ແຕ່ກວ໋າງນາມ ຈົນຮອດກຽນຢາງ. ແຕ່ລະທ້ອງຖິ່ນ, ໂຄງການຈະມອບຂອງຂວັນ ໃຫ້ຊາວປະມົງ 200 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ.

ກ່າວຄຳເຫັນທີ່ໂຄງການ, ທ່ານ ຟານຫງວຽນຍືເຄວ, ຫົວໜ້າຄະນະໂຄສະນາສຶກສາ ຄະນະພັກນະຄອນໂຮ່ຈີມິນ ຖືວ່າ ໂຄງການແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງ. ທ່ານກ່າວວ່າ: ຂ້າພະເຈົ້າຫວັງວ່າໂຄງການ “ພ້ອມກັບຊາວປະມົງດັງໄຟຢູ່ທະເລ” ຈະແຜ່ຂະຫຍາຍສານທີ່ຕັ້ງໜ້າທີ່ສຸດຂອງຕົນ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຍົກສູງການດຳລົງຊີວິດຂອງພໍ່ແມ່ປະຊາຊົນຊາວປະມົງ, ຍົກສູງຄວາມຮັບຮູ້ດ້ານກົດໝາຍໃຫ້ແກ່ປະຊາຊົນເວົ້າລວມ  ແລະຊາວປະມົງເວົ້າສະເພາະ ເມື່ອໄປຫາປາຢູ່ທະເລ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ