ລາຍການພົບປະແລກປ່ຽນສິລະປະ “ຫົວໃຈທະເລໝູ່ເກາະ”
ກປ.ອອນໄລ - ວັນທີ 11 ມີນາ, ຢູ່ສູນສະແດງສິລະປະເອົາເກີ (ຮ່າໂນ້ຍ), ສະມາຄົມນັກຂ່າວຫວຽດນາມ ສົມທົບກັບຫົວໜ່ວຍທີ່ກ່ຽວຂ້ອງ ຈັດຕັ້ງລາຍການພົບປະແລກປ່ຽນສິລະປະ “ຫົວໃຈທະເລໝູ່ເກາະ”.
ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ຫງວຽນດຶກເລີ້ຍ, ຮອງປະທານຜູ້ປະຈໍາການສະມາຄົມນັກຂ່າວຫວຽດນາມ ໃຫ້ຮູ້ວ່າ: “ຫົວໃຈທະເລໝູ່ເກາະ” ແມ່ນລາຍການປະຈໍາປີ ໂດຍສະມາຄົມນັກຂ່າວຫວຽດນາມ ຈັດຕັ້ງເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ທີ່ໄດ້ອຸທິດຊີວິດຂອງຕົນໃຫ້ພາລະກິດປົກປັກຮັກສາທະເລໝູ່ເກາະ, ລະດົມກໍາລັງຈິດໃຈຜູ້ທີ່ພວມປະຕິບັດໜ້າທີ່ຢູ່ເຂດທະເລໝູ່ເກາະຂອງປະເທດ.
    |
 |
ຜູ້ຕາງໜ້າໜັງສືພິມຜູ້ອອກແຮງງານ ມອບເປັນສັນຍາລັກທຸງຊາດ 20.000 ຄັນ ໃຫ້ທ່ານ ຫງວຽນດຶກເລີ້ຍ, ຮອງປະທານຜູ້ປະຈໍາການສະມາຄົມນັກຂ່າວຫວຽດນາມ. ພາບ: nld.com.vn |
ທ່ານ ຫງວຽນດຶກເລີ້ຍ ເນັ້ນໜັກວ່າ: ລາຍການ “ຫົວໃຈທະເລໝູ່ເກາະ” ແມ່ນສານກ່ຽວກັບຄວາມຮັກຕໍ່ປະເທດຊາດ, ຄວາມເອກອ້າງທະນົງໃຈຕໍ່ນ່ານຟ້າ, ນ່ານທະເລຂອງຫວຽດນາມ, ຄວາມມຸ່ງຫວັງສ້າງສາປະເທດຫວຽດນາມ ໃຫ້ເຂັ້ມແຂງແຮງກ້າ, ສັນຕິພາບ ແລະຜາສຸກ.
ທີ່ລາຍການ, ຜູ້ຕາງໜ້າໜັງສືພິມຜູ້ອອກແຮງງານ ໄດ້ມອບທຸງຊາດ 20.000 ຄັນ ໃຫ້ສະມາຄົມນັກຂ່າວຫວຽດນາມ ເພື່ອມອບໃຫ້ຊາວປະມົງແນໃສ່ເສີມກໍາລັງແຮງ, ລະດົມກໍາລັງໃຈຊາວປະມົງໃນທ່ົວປະເທດ.
ໂດຍ: ທູຈາງ