ເລີ່ມເຄື່ອນໄຫວລາຍການ “ເດືອນມີນາຢູ່ເຂດຊາຍແດນ” ດ້ວຍຫົວຂໍ້ “ເຂດຊາຍແດນຂອງປະເທດຂ້ອຍ”
ຕອນເຊົ້າວັນທີ 3 ມີນາ, ຢູ່ດ່ານຊາຍແດນ ຈີມາ, ແຂວງລ້າງເຊີນ; ດ່ານຊາຍແດນ ລາວບາວ, ແຂວງ ກວາງຈີ້ ແລະ ຕາແສງເຕີນແຄງຮວ່າ, ເມືອງຊາຍແດນ ຢາງແທັງ, ແຂວງ ກຽນຢາງ ໄດ້ພ້ອມກັນປະຕິບັດລາຍການ “ເດືອນມີນາຢູ່ເຂດຊາຍແດນ”. ນີ້ແມ່ນການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 64 ປີແຫ່ງວັນມູນເຊື້ອທະຫານຊາຍແດນ (ວັນທີ 3 ມີນາ 1959 – ວັນທີ 3 ມີນາ 2023) ແລະ ສະໜັບສະໜູນເດືອນຊາວໜຸ່ມ 2023.
ລາຍການເດືອນມີນາຢູ່ເຂດຊາຍແດນ ປີນີ້ດ້ວຍນ້ຳໃຈ “ຊາວໜຸ່ມຫວຽດນາມ ມີການກະທຳເພື່ອເສັ້ນຊາຍແດນຂອງປະເທດຊາດ”. ໃນມື້ທຳອິດຂອງການເຄື່ອນໄຫວລາຍການ (ວັນທີ 3 ມີນາ), ສະຫະພັນຊາວໜຸ່ມຫວຽດນາມ ບັນດາແຂວງ, ນະຄອນຕິດກັບຊາຍແດນ ໄດ້້ພ້ອມກັນປະຕິບັດການເຄື່ອນໄຫວມີຄວາມໝາຍຫຼາຍຢ່າງຢູ່ບັນດາບໍລິເວນປະສົບກັບຄວາມຫຍຸ້ງຍາກ, ຄື: ມອບຂອງຂວັນໃຫ້ຄອບຄົວນະໂຍບາຍ ແລະນັກຮຽນປະສົບກັບຄວາມຫຍຸ້ງຍາກ, ຜັນຂະຫຍາຍບັນດາກິດຈະກຳ “ແສງໄຟເສັ້ນຊາຍແດນ”, “ເຮືອນແຫ່ງຄວາມຜາສຸກ”…
    |
 |
ລານການດຶງດູດການເຂົ້າຮ່ວມຂອງພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມເປັນຈໍານວນຫຼວງຫຼາຍ. ພາບ: qdnd.vn |
ກ່າວຄຳເຫັນທີ່ການເຄື່ອນໄຫວຢູ່ດ່ານຊາຍແດນ ຈີມາ, ແຂວງ ລ້າງເຊີນ, ອ້າຍ ຫງວຽນງອັກເລືອງ, ເລຂາຜູ້ປະຈຳການສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ, ປະທານສູນກາງສະຫະພັນຊາວໜຸ່ມ ຫວຽດນາມ, ໃຫ້ຮູ້ວ່າ: “ຜ່ານບັນດາການເຄື່ອນໄຫວທີ່ມີຄວາມໝາຍນີ້, ເພື່ອນໜຸ່ມແຕ່ລະຄົນດ້ວຍນ້ຳໃຈກະຕືລືລົ້ນ, ດ້ວຍໜ້າທີ່ຄວາມຮັບຜິດຊອບຂອງຕົນ ຈົ່ງເຂົ້າຮ່ວມການເຄື່ອນໄຫວໃຫ້ຫຼາຍກວ່າ ດ້ວຍວຽກງານລະອຽດ ເພື່ອໃຫ້ເດືອນ ມີນາຢູ່ເຂດຊາຍແດນຄັ້ງນີ້ປະສົບຜົນສຳເລັດ, ສ້າງຂີດໝາຍຢ່າງເລິກເຊິ່ງຕໍ່ສັງຄົມ. ພິເສດ, ຜ່ານລາຍການ, ເພື່ອນໜຸ່ມແຕ່ລະຄົມຈະມີເງື່ອນໄຂເຕີບໃຫຍ່ໃນທຸກດ້ານ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວລວມ”.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ