leftcenterrightdel
ປະຊາຊົນທ້ອງຖິ່ນມາກວດພະຍາດ, ຮັບຢາໂດຍບໍ່ເສຍຄ່າເປັນຈໍານວນຫຼວງຫຼາຍ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານຊາຍແດນແຂວງດັກລັກ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະຕ່າງແຂວງ ມອບເຮືອນແຫ່ງສາຍຈິດມິດໃຈທີ່ມີມູນຄ່າ 100 ລ້ານດົ່ງໃຫ້ຄອບຄົວທ່ານ ຫງວຽນວັນເດຶ໊ອ (ບ້ານ ຢົ່ງຈົມ, ຕາແສງ ອີອາລົບ) ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ; ມອບຂອງຂວັນຫຼາຍພູດໃຫ້ປະຊາຊົນ, ນັກຮຽນທຸກຍາກແຕ່ຮຽນເກັ່ງ; ໄດ້ຈັດຕັ້ງການກວດພະຍາດ ແລະແຈກຢາຍຢຸກຢາໃຫ້ປະຊາຊົນກວ່າ 500 ເທື່ອຄົນຢູ່ຕາແສງອີອາລົບໂດຍບໍ່ເສຍຄ່າ. ລວມຍອດມູນຄ່າໜູນຊ່ວຍປະຊາຊົນໃນຄັ້ງນີ້ແມ່ນ 500 ລ້ານດົ່ງ.

ໂດຍ: ທະນາພອນ