ໃນ 5 ປີຜ່ານມາ (2017 - 2022) ການປະຕິບັດບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳລະຫວ່າງສອງຝ່າຍໄດ້ນຳມາເຊິ່ງໝາກຜົນອັນຕັ້ງໜ້າຫຼາຍຢ່າງ. ບັນດາການເຄື່ອນໄຫວຮ່ວມມືລະຫວ່າງກົມກວດກາປ່າໄມ້ຫວຽດນາມ ແລະກົມກວດກາປ່າໄມ້ລາວ ໄດ້ຮັບການຕີລາຄາສູງ, ດຶງດູດໄດ້ຄວາມເອົາໃຈໃສ່ຂອງບັນດາສຳນັກງານ, ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ, ສ້າງເງື່ອນໄຂໃຫ້ການສໍາຜັດບັນດາແຫຼ່ງໜູນຊ່ວຍດ້ານການເງິນ ແລະເຕັກນິກສາກົນໃຫ້ແກ່ການເຄື່ອນໄຫວຮ່ວມມື.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມນັ້ນແລ້ວ, ໃນໄລຍະ 2023 – 2028, ສອງຝ່າຍຈະເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຄວາມຮູ້ ແລະປະສົບການ ເພື່ອຄວບຄຸມ ແລະສະກັດກັ້ນການລ່າສັດ, ການຂຸດຄົ້ນ, ຄ້າຂາຍ, ຂົນສົ່ງໄມ້ ແລະເຄື່ອງປ່າຂອງດົງ, ສັດປ່າຢູ່ເຂດຊາຍແດນລະຫວ່າງສອງປະເທດ. ແຕ່ລະຝ່າຍຈະເພີ່ມທະວີການຄວບຄຸມ, ກວດກາ, ຕິດຕາມຢ່າງເຂັ້ມງວດຕໍ່ກໍລະນີສົ່ງອອກ ແລະນຳເຂົ້າໄມ້, ເຄື່ອງປ່າຂອງດົງ ແລະສັດປ່າປະເພດຕ່າງໆຢູ່ຕາມຊາຍແດນຂອງສອງປະເທດ, ພ້ອມກັນນັ້ນກໍ່ແລກປ່ຽນຂໍ້ມູນຂ່າວສານ ແລະສົມທົບກັນແກ້ໄຂບັນດາກໍລະນີລະເມີດບົນພື້ນຖານການປະຕິບັດຕາມກົດໝາຍຂອງແຕ່ລະປະເທດເປັນປະຈຳ.

ໂດຍ: ທະນາພອນ