ຄະນະປະຕິບັດງານຂອງກອງບັນຊາການຕໍາຫຼວດທະເລ ຢ້ຽມຢາມ ແລະເຮັດວຽກຢູ່ເກາະໂທ໋ຈູ
ກປ.ອອນໄລ - ວັນທີ 21 ກຸມພາ, ຄະນະປະຕິບັດງານຂອງກອງບັນຊາການຕໍາຫຼວດທະເລຫວຽດນາມ ນໍາໂດຍພົນຕີ ບຸ່ຍກວກອວາຍ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການຕໍາຫຼວດທະເລ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະກວດກາການປະຕິບັດຕ້ານການຫາປາຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກຳນົດ (IUU) ສໍາລັບອໍານາດການປົກຄອງ, ຊາວປະມົງ ທີ່ພວມທໍາມາຫາກິນ ຢູ່ເຂດອ້ອມເກາະໂທ໋ຈູ (ນະຄອນຝູກວກ, ແຂວງກຽນຢາງ) ແລະບາງກົມກອງ ທີ່ຕັ້ງທັບຢູ່ໃນເກາະ.
ທີ່ການເຮັດວຽກ, ພົນຕີ ບຸ່ຍກວກອວາຍ ໄດ້ແບ່ງປັນຄວາມຫຍຸ້ງຍາກລໍາບາກ ເຊິ່ງພະນັກງານ, ນັກຮົບບັນດາກົມກອງ ໄດ້ ແລະພວມປະເຊີນໜ້າ. ພ້ອມທັງຍ້ອງຍໍຊົມເຊີຍ, ຮັບຮູ້ໝາກຜົນ, ຜົນງານ ເຊິ່ງບັນດາກົມກອງບັນລຸໄດ້ ແລະສະແດງຄວາມປາດຖະໜາວ່າໃນໄລຍະຈະມາເຖິງ, ພະນັກງານ, ນັກຮົບບັນດາກົມກອງ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອຂອງກອງທັບ, ປະກອບສ່ວນກໍ່ສ້າງກົມກອງໃຫ້ຮອບດ້ານໃນທຸກໜ້າທີ່ວຽກງານ.
    |
 |
ພົນຕີ ບຸ່ຍກວກອວາຍ ຫົວໜ້າການເມືອງກອງບັນຊາການຕໍາຫຼວດທະເລ ລົງກວດກາການຮັບຮູ້ດ້ານກົດໝາຍຂອງຊາວປະມົງທີ່ພວມທໍາມາຫາກິນ ຢູ່ເຂດເກາະໂທ໋ຈູ. ພາບ: ຈູແອັງ |
ໃນນັ້ນ, ຈຸດສຸມແມ່ນການສ້າງລະບຽບແບບແຜນ, ຄຸ້ມຄອງ ແລະຝຶກຝົນຫຼໍ່ຫຼອມລະບຽບວິໄນ, ຮັກສາການພົວພັນຕິດຕໍ່ກັບຄະນະພັກຂັ້ນ, ອໍານາດການປົກຄອງ, ບັນດາອົງການຈັດຕັ້ງມະຫາຊົນ ແລະປະຊາຊົນ ໃນບໍລິເວນເປັນປະຈໍາ; ປະຕິບັດວຽກງານກໍາແໜ້ນ, ຄາດຄະເນສະພາບ ການ, ເປັນເສນາທິການໃຫ້ຂັ້ນເທິງໃນການຄຸ້ມຄອງ ແລະແກ້ໄຂບັນດາກໍລະນີທີ່ເກີດຂຶ້ນບົນທະເລໃຫ້ເປັນຢ່າງດີ. ສຸມໃສ່ຍົກສູງຄຸນນະພາບ, ປະສິດທິຜົນວຽກງານຂົນຂວາຍປະຊາຊົນ ໃນສະພາບການໃໝ່, ຍູ້ແຮງການໂຄສະນາເຜີຍແຜ່, ສຶກສາອົບຮົມດ້ານກົດໝາຍ, ເປັນຕົ້ນແມ່ນໃນການປະຕິບັດຕາມການຊີ້ນໍາຂອງລັດຖະບານ ໃນການຕ້ານການຫາປາຜິດກົດໝາຍ IUU, ຕັດສິນໃຈຍົກເລີກບັດເຫຼືອງຕໍ່ກັບການສົ່ງອອກສິນໃນນໍ້າຂອງຫວຽດນາມ; ພ້ອມທັງປະກອບສ່ວນສ້າງ “ທ່າຮົບໃນຈິດໃຈປະຊາຊົນ” ຢູ່ໃນເກາະໃຫ້ນັບມື້ນັບໜັກແໜ້ນ.
    |
 |
ພົນຕີ ບຸ່ຍກວກອວາຍ ມອບຂອງຂວັນໃຫ້ບັນດາອົງການ, ກົມກອງ ທີ່ຕັ້ງທັບຢູ່ເກາະໂທ໋ຈູ. ພາບ: ຈູແອັງ |
ໃນໂອກາດນີ້, ຄະນະປະຕິບັດງານ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ອາໄລຫາປະທານໂຮ່ຈີມິນ ແລະລຸ້ນພໍ່ລຸ້ນອ້າຍທີ່ໄດ້ເສຍສະຫຼະຊີວິດໃນພາລະກິດຕໍ່ສູ້ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຢູ່ເກາະໂທ໋ຈູ. ຄະນະປະຕິບັດງານ ກໍ່ໄດ້ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ; ຈັດຕັ້ງການກວດກາການປະຕິບັດຕ້ານການຫາປາຜິດກົດໝາຍ IUU ສົມທົບກັບການໂຄສະນາເຜີຍແຜ່, ສຶກສາອົບຮົມດ້ານກົດໝາຍໃຫ້ແກ່ຊາວປະມົງ.
ໂດຍ: ທູຈາງ