ຈັດຕັ້ງການແຂ່ງຂັນໂຄສະນາ “ທະເລ ແລະໝູ່ເກາະຫວຽດນາມ” ໃນເດືອນພຶດສະພາ 2023
ກປ.ອອນໄລ - ກົມວັດທະນະທໍາຮາກຖານ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ) ໃຫ້ຮູ້ວ່າ ການແຂ່ງຂັນໂຄສະນາເຄື່ອນທີ່ “ທະເລ ແລະໝູ່ເກາະຫວຽດນາມ” ຈະໄດ້ຈັດຕັ້ງໃນເດືອນພຶດສະພາ 2023 ຢູ່ນະຄອນຫາຍຟ່ອງ.
    |
 |
ພາບແຕ້ມໂຄສະນາກ່ຽວກັບຫົວຂໍ້ທະເລໝູ່ເກາະຫວຽດນາມ. ພາບ: sovhtt.hanoi.gov.vn |
ການແຂ່ງຂັນລວມມີ 3 ຮູບການ: ເດີນຂະບວນລົດໂຄສະນາ, ລາຍການສະແດງສິລະປະ ແລະງານວາງສະແດງ. ລົດໂຄສະນະຂອງທີມຕ່າງໆໄດ້ປະດັບປະດາດ້ວຍທຸງ ແລະດອກໄມ້, ປ້າຍໂຄສະນາ, ຄໍາຂວັນຕ່າງໆ; ແຕ່ລະທີມຈະແຂ່ງຂັນການສະແດງສິລະປະໃນເວລາ 35 ນາທີ; ງານວາງສະແດງຕ້ອງມີການສົມທົບລະຫວ່າງຮູບການໂຄສະນາດ້ວຍການໃຊ້ອຸປະກອນ ແລະການໂຄສະນາດ້ວຍປາກເປົ່າ, ລວມມີບັນດາເອກະສານ, ຮູບພາບ, ວັດຖຸພັນ ໂດຍສຸມໃສ່ການສ່ອງແສງທີ່ຕິດພັນກັບເຫດການຕ່າງໆ, ການດໍາລົງຊີວິດ, ການອອກແຮງງານປະຈໍາວັນຂອງປະຊາຊົນທ້ອງຖິ່ນ, ຢູ່ເຂດແຄມທະເລ, ເຂດທະເລ ແລະເຂດໝູ່ເກາະ. ຄະນະຈັດຕັ້ງ ຈະຮັບເອົາການລົງທະບຽນເຂົ້າຮ່ວມແຂ່ງຂັນຂອງທີມຕ່າງໆ ນັບແຕ່ວັນທີ 20 ກຸມພາ.
ໂດຍ: ທູຈາງ