ສຳລັບປະຊາຊົນຢູ່ເຂດພູສູງ, ລະດູຝົນເປັນຝັນຮ້າຍໄດ້ຫຼອກຫຼອນເຂົາເຈົ້າມາຫຼາຍລຸ້ນຄົນແລ້ວ. ແຕ່ລະເທື່ອທີ່ຝົນຕົກໜັກລົງມາ, ເຮືອນຊົ່ວຄາວທີ່ເຮັດດ້ວຍໄມ້ໄຜ່, ໄມ້ເຮ້ຍ, ຝາດິນທີ່ແຕກແຫ່ງນັ້ນຍຸບຕົວລົງ ຕ້ອງຮັບມືກັບທຳມະຊາດ. ພື້ນດິນຊຶມນ້ຳ, ຫຼັງຄາຮົ່ວ, ລົມພັດແຮງ, ເຮັດໃຫ້ທຸກຄອບຄົວນັ່ງຫົດຢູ່ອ້ອມເຕົາໄຟ, ສົ້ງເສື້ອແຫ້ງບໍ່ທັນ ແລະເດັກນ້ອຍກໍໄອບໍ່ຢູ່ບໍ່ເຊົາຍ້ອນຄວາມໜາວເຢັນ.

ອ້າຍ ຢາມີປໍ ຢູ່ບ້ານແຊ໊ວໂຮ, ຕາແສງເຊີນວີ ເລົ່າສູ່ຟັງວ່າ: “ມີຄືນໜຶ່ງ, ຝົນຕົກໜັກຈົນນໍ້າໄຫຼຖ້ວມຕຽງນອນ, ຄູ່ຜົວເມຍໄດ້ກອດລູກນັ່ງຫົດຢູ່ຂ້າງເຕົາໄຟ, ເຮືອນຊຸດໂຊມ, ໄມ້ໄຜ່ຖືກແຊ່ຢູ່ໃນນໍ້າ, ຄິດວ່າມັນຈະພັງລົງຍາມໃດບໍ່ຮູ້”.

leftcenterrightdel
ກໍາລັງປະກອບອາວຸດຮ່ວມແຮງຮ່ວມໃຈໜູນຊ່ວຍປະຊາຊົນລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຢູ່ຊຸດໂຊມ. ພາບ: qdnd.vn

ເລື່ອງລາວຄ້າຍຄືກັບຂອງອ້າຍ ປໍ ບໍ່ແມ່ນເລື່ອງແປກທີ່ຢູ່ເຂດພູສູງ. ເມືອງແມ່ວວາກ ເຄີຍມີຫຼາຍຮ້ອຍຄອບຄົວທີ່ທຸກຍາກ ແລະໃກ້ທຸກຍາກດຳລົງຊີວິດຢູ່ໃນເຮືອນຊົ່ວຄາວ, ເຮືອນຊຸດໂຊມ. ດ້ວຍຊີວິດຍັງຂາດເຂີນຫຼາຍຢ່າງ, ຄວາມຝັນຢາກມີເຮືອນຖາວອນຍັງແມ່ນສິ່ງທີ່ຢູ່ຫ່າງໄກຫຼາຍ.

ຍ້ອນເຫດນັ້ນ, ເມື່ອໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມໃຫ້ແກ່ຄອບຄົວທຸກຍາກໂດຍນາຍົກລັດຖະມົນຕີ ປຸກລະດົມໄດ້ຜັນຂະຫຍາຍຢູ່ເມືອງແມ່ວວາກນັ້ນ ບໍ່ພຽງແຕ່ແມ່ນນະໂຍບາຍຮັບປະກັນຊີວິດສັງຄົມເທົ່ານັ້ນ, ຫາກຍັງແມ່ນນະໂຍບາຍທີ່ແທດຈິງ, ມີລັກສະນະມະນຸດສະທຳສໍາລັບປະຊາຊົນຢູ່ເຂດຊາຍແດນອີກດ້ວຍ.

ທົ່ວເມືອງໄດ້ປຸກລະດົມທົ່ວລະບົບການເມືອງເຂົ້າຮ່ວມ. ບັນດາອົງການຈັດຕັ້ງມະຫາຊົນ, ກໍາລັງປະກອບອາວຸດ, ພະນັກງານຕາແສງ, ໜ່ວຍປະຕິບັດງານຢູ່ຮາກຖານໄດ້ສົມທົບກັນກວດກາຄືນແຕ່ລະຄອບຄົວ. ແຫຼ່ງກໍາລັງແມ່ນລະດົມຈາກງົບປະມານແຫ່ງລັດ, ແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ວິສາຫະກິດ, ຜູ້ໃຈບຸນໃຈກຸສົນ. ພະນັກງານ, ນັກຮົບຫຼາຍຄົນໄດ້ “ປັກຫຼັກຢູ່ບ້ານ”, ກິນ, ດຳລົງຊີວິດຮ່ວມກັບປະຊາຊົນເພື່ອຮ່ວມເດີນທາງນັບແຕ່ຂັ້ນຕອນສ້າງພື້ນຖານ ຈົນຮອດມື້ມຸງຫຼັງຄາເຮືອນ.

leftcenterrightdel
ເຮືອນເຮັດດ້ວຍດິນຈີ່ ປ່ຽນແທນໃຫ້ເຮືອນຢູ່ຊົ່ວຄາວຢູ່ຕາແສງກ໋ານຈູຟີນ (ເມືອງແມ່ວວາກ, ແຂວງຮ່າຢາງ). ພາບ: qdnd.vn

ຄິດໄລ່ຮອດເດືອນພຶດສະພາ 2025, ເຮືອນໃໝ່ 222 ຫຼັງໃນໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ ຢູ່ເມືອງແມ່ວວາກ ໄດ້ກໍ່ສ້າງສໍາເລັດ ແລະປະຊາຊົນໄດ້ເຂົ້າຢູ່. ໃນນັ້ນ, ມີເຮືອນປຸກໃໝ່ 218 ຫຼັງ, ປັບປຸງສ້ອມແປງຄືນ 4 ຫຼັງ. ເຮືອນຫຼັງຕ່າງໆເຫຼົ່ານີ້ບໍ່ພຽງແຕ່ຊ່ວຍໃຫ້ປະຊາຊົນໄດ້ “ຢູ່ເຢັນເປັນສຸກ” ເທົ່ານັ້ນ, ຫາກຍັງແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງພັກ, ລັດທີ່ມີຕໍ່ປະຊາຊົນ".

ໃນການກໍ່ສ້າງເຮືອນ, ມີການຮ່ວມເດີນທາງຂອງທະຫານຊາຍແດນ, ເຂົາເຈົ້າໄດ້ແບກຖົງຊີມັງ, ສັງກະສີແຕ່ລະແຜ່ນຂ້າມຜ່ານພູຫີນ. ມີພະນັກງານຂອງເມືອງ, ຕາແສງ ແລະສະມາຊິກຊາວໜຸ່ມໄດ້ຮ່ວມເດີນທາງພ້ອມກັບພໍ່ແມ່ປະຊາຊົນຂຸດເສົາຕໍມໍ ແລະຕັ້ງໂຄງເຮືອນໃນຍາມຝົນຕົກ. ມີຜູ້ໃຈບຸນໃຈກຸສົນໄດ້ສົ່ງວັດສະດຸ ແລະປະກອບແຮງງານ. ເຮືອນແຕ່ລະຫຼັງແມ່ນນ້ຳໃຈຄວາມຮັກແພງລະຫວ່າງຜູ້ຄົນ, ເປັນການສະແດງໃຫ້ເຫັນຂອງຄໍາໝັ້້ນສັນຍາ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ”.

ອ້າຍ ຢ່າມີປໍ ຢູ່ບ້ານແຊ໊ວໂຮ່,  ຕາແສງເຊີນວີ ແບ່ງປັນດ້ວຍຄວາມສະເທືອນໃຈວ່າ “ຂ້ອຍບໍ່ເຄີຍກ້າຝັນຢາກມີເຮືອນແບບນີ້ຈັກເທື່ອ. ຂ້າພະເຈົ້າຄິດວ່າຈະອາໄສຢູ່ໃນເຮືອນຊຸດໂຊມນີ້. ດຽວນີ້ມີເຮືອນທີ່ໝັ້ນຄົງແໜ້ນໜາຖາວອນ, ລູກໄດ້ນອນຢ່າງອົບອຸ່ນ ແລະໄດ້ໄປຮຽນໃນເງື່ອນໄຂທີ່ດີ. ຂ້າພະເຈົ້າມີຄວາມຮູ້ບຸນຄຸນຕໍ່ທະຫານ ແລະລັດຖະບານຫຼາຍ”.

leftcenterrightdel
ຈາກແຜນນະໂຍບາຍມະນຸດສະທຳຂອງພັກ,  ການຮ່ວມແຮງຮ່ວມໃຈຂອງທ່ົວລະບົບການເມືອງ, ມີເຮືອນໃໝ່ຫຼາຍຫຼັງໄດ້ກໍ່ສ້າງໃນລະດູຝົນຢູ່ເຂດຊາຍແດນ. ພາບ: qdnd.vn

ຢູ່ບ້ານແມ່ວກວາ, ຕາແສງກ໋ານຈູຟີນ, ມີເຮືອນໃໝ່ 38 ຫຼັງຂອງຊາວເຜົ່າມົ້ງ ທີ່ຫາກໍ່ໄດ້ຮັບການກໍ່ສ້າງສຳເລັດ. ເບິ່ງໄປແຕ່ໄກ, ເຮືອນແຕ່ລະຫຼັງແມ່ນເຮັດດ້ວຍດິນຈີ່ ແລະມຸງດ້ວຍສັງກະສີທີ່ໝັ້ນຄົງຄືດັ່ງແສງໄຟທີ່ສ່ອງແສງຢູ່ທ່າມກາງກ້ອນເມກ. ທ່ານ ຢ່າມີ໋ເຣີ່, ເລຂາພັກບ້ານແມ່ວກວາ ແບ່ງປັນວ່າ “ໃນເມື່ອກ່ອນ, ເກືອບທັງໝົດບ້ານມີເຮືອນເຮັດດ້ວຍໄມ້ໄຜ່ ແລະໄມ້ເຮ້ຍທີ່ຊຸດໂຊມ. ລົມພັດແຮງ, ຝົນຕົກ, ປະຊາຊົນໄດ້ຮັບຄວາມທຸກຫຼາຍ. ປະຈຸບັນໄດ້ມີນະໂຍບາຍດັ່ງກ່າວ, ທັງມີບ່ອນລົບຫຼີກຝົນຕົກໜັກ, ພາຍຸ, ພັດມີຄວາມອຸ່ນອ່ຽນໃຈອອກແຮງງານທຳການຜະລິດ”.

ຈາກນະໂຍບາຍມະນຸດສະທຳຂອງພັກ, ພ້ອມກັບນ້ຳໃຈຂອງທະຫານລຸງໂຮ່ ແລະທົ່ວລະບົບການເມືອງ, ເຮືອນໃໝ່ແຕ່ລະຫຼັງໄດ້ຮັບການກໍ່ສ້າງໃນກາງລະດູຝົນຢູ່ເຂດຊາຍແດນ - ໝັ້ນແກ່ນຄືຫີນຜາ, ອົບອຸ່ນຄືໃຈປະຊາຊົນ. ນັ້ນແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ຄຳໝັ້ນສັນຍາທີ່ສັກກາລະບູຊາ: ຢູ່ເຂດຊາຍແດນຂອງປະເທດຊາດ, ທ່າຮົບໃນໃຈປະຊາຊົນແມ່ນປ້ອມປ້ອງກັນທີ່ໝັ້ນຄົງທີ່ສຸດ.

ໂດຍ: ທູຈາງ