ໂຄສະນາເຜີຍແຜ່ກ່ຽວກັບທະເລ, ໝູ່ເກາະຢ່າງກວ້າງຂວາງ ແລະສ້າງ “ກອງທຶນເພື່ອທະເລ, ໝູ່ເກາະຫວຽດນາມ”
ກປ.ອອນໄລ - ວັນທີ 24 ມິຖຸນາ, ກົມໂຄສະນາອົບຮົມ (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ) ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານ, ໂຄສະນາກ່ຽວກັບທະເລ, ໝູ່ເກາະ ແລະ “ກອງທຶນເພື່ອທະເລ, ໝູ່ເກາະ ຫວຽດນາມ” ປີ 2025.
ມີຜູ້ແທນເກືອບ 500 ຄົນ ເຊິ່ງແມ່ນພະນັກງານໂຄສະນາອົບຮົມ, ນັກປະຖາກະຖາຂອງບັນດາອົງການ, ກົມກອງຂຶ້ນກັບກອງພົນ, ກອງບັນຊາການທະຫານແຂວງ ແລະທຽບເທົ່າ, ທະຫານເຮືອເຂດ, ຕໍາຫຼວດທະເລເຂດ, ຜູ້ແທນບັນດາພະແນກ, ຄະນະ, ຂະແໜງການຂອງແຂວງ ບິ່ງດິ້ງ… ໄດ້ຮັບຟັງການແນະນໍາບາງຫົວເລື່ອງສະເພາະ, ຄື: ສະພາບການທະເລຕາເວັນອອກ ແລະໝາກຜົນການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະໃນ 6 ເດືອນຕົ້ນປີ 2025, ທິດທາງ ແລະໜ້າທີ່ໃນໄລຍະຈະມາເຖິງ; ຜົນການເຄື່ອນໄຫວຂອງ “ກອງທຶນທະເລ, ໝູ່ເກາະຫວຽດນາມ”; ໝາກຜົນແຫ່ງການພັດທະນາເສດຖະກິດທະເລຂອງແຂວງ ບິ່ງດິ້ງ ແລະທິດທາງໃນຊຸມປີຕໍ່ໜ້າ...
    |
 |
ທ່ານພັນເອກພິເສດ ຫງວຽນເທແມ້ງ, ຮອງຫົວໜ້າກົມໂຄສະນາອົບຮົມ ເປັນປະທານກອງປະຊຸມ. ພາບ: qdnd.vn |
ໃນຂອບເຂດຂອງລາຍການ, ບັນດາຜູ້ແທນໄດ້ເຂົ້າຮ່ວມພິທີຖະຫວາຍດອກໄມ້ຢູ່ອະນຸສາວະລີ ຫງວຽນຊິງຊັກ - ຫງວຽນເຕິດແທ່ງ ຢູ່ນະຄອນ ກຸຍເຍິນ (ບິ່ງດິ້ງ) ແລະພິທີສະເໜີຕົວ, ປຸກລະດົມບໍລິຈາກກອງທຶນເພື່ອທະເລ, ໝູ່ເກາະ ຫວຽດນາມ ຢູ່ແຂວງບິ່ງດິ້ງ.
    |
 |
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພັນເອກພິເສດ ຫງວຽນເທແມ້ງ, ຮອງຫົວໜ້າກົມໂຄສະນາອົບຮົມ ຢືນຢັນວ່າ: ໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດຍາມໃດກໍ່ວາງອອກຄວາມຮຽກຮ້ອງຕ້ອງການໃໝ່. ບັນດາເນື້ອໃນທີ່ໄດ້ໂຄສະນາ, ເຜີຍແຜ່ໃນກອງປະຊຸມຄັ້ງນີ້ແມ່ນເນື້ອໃນທີ່ສຳຄັນ ແລະແທດຈິງ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ສະນັ້ນ, ບັນດາສະຫາຍນັກປາຖະກະຖາທີ່ເຂົ້າຮ່ວມກອງປະຊຸມຕ້ອງຊາບຊຶມ ແລະຮັບເອົາຢ່າງເຂັ້ມງວດ, ຈາກນັ້ນເປັນແກ່ນສານພ້ອມກັບຄະນະພັກ, ຜູ້ບັນຊາການອົງການ, ກົມກອງຂອງຕົນ ປະຕິບັດມະຕິ, ແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ ແລະລັດກ່ຽວກັບທະເລ, ໝູ່ເກາະ; ພ້ອມກັນນັ້ນ, ສົມທົບກັນກັບບັນດາກຳລັງຢ່າງແໜ້ນແຟ້ນ, ເປັນເສນາທິການໃຫ້ແກ່ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຍູ້ແຮງວຽກງານໂຄສະນາກ່ຽວກັບໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ...
ໂດຍ: ທະນາພອນ