ນີ້ແມ່ນໜຶ່ງໃນບັນດາເນື້ອໃນລະອຽດໃນຂະບວນການແຂ່ງຂັນ “ເຂົ້າຮ່ວມການກໍ່ສ້າງ ແລະປັບປຸງຮາກຖານການເມືອງ, ພັດທະນາເສດຖະກິດ-ສັງຄົມທ້ອງຖິ່ນ” ເຊິ່ງທະຫານຊາຍແດນນະຄອນໂຮ່ຈີມິນ ຜັນຂະຫຍາຍເປັນເວລາຫຼາຍປີຜ່ານມາ.
ນະຄອນ ໂຮ່ຈີມິນ ມີເຂດຊາຍແດນທະເລ ແລະທ່າເຮືອທີ່ກວ້າງໃຫຍ່ໂດຍມີຫຼາຍຄອບຄົວປະສົບກັບຄວາມຫຍຸ້ງຍາກ, ສະພາບດິນຟ້າອາກາດທີ່ຮ້າຍແຮງ, ສະພາບຄວາມໝັ້ນຄົງຊ້ອນແຝງໄປດ້ວຍຄວາມສັບສົນ. ບາງເປົ້າໝາຍໄດ້ສວຍໃຊ້ເຂດແຄມທະເລ ເພື່ອເຄື່ອນໄຫວການຄ້າເຖື່ອນ, ລະເມີດກົດໝາຍ. ຕໍ່ໜ້າສະພາບການນັ້ນ, ທະຫານຊາຍແດນນະຄອນ ໂຮ່ຈີມິນ ໄດ້ຍູ້ແຮງຂະບວນການແຂ່ງຂັນ, ສ້າງຄາດໝາຍໃຫ້ແທດຈິງ, ຕິດແທດກັບບໍລິເວນ, ພ້ອມກັນນັ້ນກໍເພີ່ມທະວີການພົວພັນທີ່ສະໜິດແໜ້ນກັບຄະນະພັກ, ອໍານາດການປົກຄອງ, ອົງການຈັດຕັ້ງມະຫາຊົນ ແລະປະຊາຊົນບັນດາຕາແສງຊາຍແດນທະເລ, ດ່ານຊາຍແດນທ່າເຮືອ.
    |
 |
ພະນັກງານທະຫານຊາຍແດນນະຄອນ ໂຮ່ຈີມິນ ມອບເຄື່ອງຊູຊີບ ແລະເສື້ອຊູຊີບໃຫ້ຊາວປະມົງ. ພາບ: qdnd.vn |
ຂະບວນການແຂ່ງຂັນຕິດພັນກັບບັນດາຮູບແບບລະອຽດ, ແທດຈິງ, ຄື: “ໄຫເຂົ້າແຫ່ງຄວາມຮັກແພງ”, “ເຮືອນອົບອຸ່ນໃຫ້ຄົນທຸກຍາກຢູ່ເຂດຊາຍແດນ”, “ນ້ຳສະອາດຢູ່ເຂດຊາຍແດນ”, “ການສອນລອຍນ້ຳໃຫ້ເດັກນ້ອຍ”, “ມອບການຫາເງິນລ້ຽງຊີບໃຫ້ປະຊາຊົນທຸກຍາກ”. ບັນດາກົມກອງໄດ້ລະດົມແຫຼ່ງກຳລັງແຮງພາຍໃນ ແລະສັງຄົມເປັນຢ່າງດີ, ດູແລທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນຢູ່ເຂດຊາຍແດນ.
ພິເສດແມ່ນຄະນະພັກບັນດາກົມກອງໄດ້ຈັດສະມາຊິກພັກ 46 ຄົນຂຶ້ນກັບບັນດາຄ້າຍຊາຍແດນ ຮັບຜິດຊອບ ແລະຕິດຕາມຊ່ວຍເຫຼືອ 210 ຄອບຄົວ ດ້ວຍປະຊາກອນ 900 ກວ່າຄົນ. ຜ່ານນັ້ນ, ທະຫານຊາຍແດນ ໄດ້ໜູນຊ່ວຍປະຊາຊົນພັດທະນາເສດຖະກິດ, ປ້ອງກັນ ແລະຕ້ານໄພທຳມະຊາດ, ປັບປຸງຮາກຖານການເມືອງຢູ່ທ້ອງຖິ່ນ.
ໃນຕະຫຼອດ 5 ປີຜ່ານມາ, ທະຫານຊາຍແດນນະຄອນ ໂຮ່ຈີມິນ ໄດ້ຂົນຂວາຍ ແລະປະສານສົມທົບກັນມອບ “ເຮືອນແຫ່ງຄວາມຮັກແພງ” 122 ຫຼັງ, ປຶ້ມເງິນຝາກປະຢັດ 10 ຫົວ, ບັດປະກັນສຸຂະພາບ 1.000 ກວ່າບັດ, ລົດຖີບ 71 ຄັນ, ຂອງຂວັນ, ທຶນການສຶກສາເກືອບ 29.000 ພູດ, ງົວແມ່ພັນ 30 ໂຕ… ດ້ວຍມູນຄ່າທັງໝົດກວ່າ 60 ຕື້ດົ່ງ. ນີ້ແມ່ນໝາກຜົນແຫ່ງການເຊື່ອມຕໍ່ຫຼາຍແຫຼ່ງກຳລັງ, ຮ່ວມແຮງຮ່ວມໃຈໜູນຊ່ວຍບັນດາເປົ້າໝາຍນະໂຍບາຍ, ນັກຮຽນທຸກຍາກ, ປະຊາຊົນຢູ່ເຂດຊາຍແດນ.
ພ້ອມກັນນັ້ນ, ຄ້າຍທະຫານຊາຍແດນແຫ່ງຕ່າງໆຍັງໄດ້ສົມທົບກັບປະຊາຊົນສ້າງຕັ້ງໜ່ວຍ “ເຮືອຄຸ້ມຄອງຄວາມປອດໄພດ້ວຍຕົນເອງ” 16 ໜ່ວຍ, ມີເຮືອ 127 ລຳ, ມີສະມາຊິກ 530 ຄົນ; ໜ່ວຍ “ຮັກສາຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍດ້ວຍຕົນເອງ” 23 ໜ່ວຍ ດ້ວຍ 208 ຄອບຄົວ; “ທ່າເຮືອຄຸ້ມຄອງດ້ວຍຕົນເອງ” 5 ແຫ່ງ ດ້ວຍພາຫະນະ 50 ຢ່າງ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນທະເລ, ສະກັດກັ້ນ ແລະຕ້ານໄພທຳມະຊາດຢ່າງມີປະສິດທິຜົນ.
ສະຫາຍນາງ ເຈີ່ນທິຢ້ຽວຖຸ໊ຍ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຢືນຢັນວ່າ: “ວຽກງານທີ່ລະອຽດຂອງທະຫານຊາຍແດນນະຄອນ ໄດ້ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງແທດຈິງ, ເພີ່ມທະວີການພົວພັນສະໜິດແໜ້ນລະຫວ່າງທະຫານ ແລະປະຊາຊົນ, ປະກອບສ່ວນສ້າງ “ທ່າສະໜາມໃນຈິດໃຈປະຊາຊົນ” ຢູ່ເຂດຊາຍແດນທະເລ ແລະທ່າເຮືອ” ໄວ້ຢ່າງໝັ້ນຄົງ.
ໂດຍ: ທະນາພອນ